ຕາມນັ້ນແລ້ວ, ງານບຸນຈະດໍາເນີນໃນລະຫວ່າງວັນທີ 5-9 ເມສາ ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສະແດງສິລະປະທີ່ເປັນເອກະລັກສະເພາະຫຼາຍຢ່າງ.

leftcenterrightdel
ມີນັກທ່ອງທ່ຽວຫຼາຍຄົນມາຢ້ຽມຊົມງານບຸນແຕ່ຮຸ່ງເຊົ້າ. ພາບ: qdnd.vn.

ພິເສດ, ໜຶ່ງໃນບັນດາຈຸດຜົ້ນເດັ່ນຂອງງານບຸນປີນີ້ແມ່ນສະຖານທີ່ວາງສະແດງສິລະປະທີ່ຈັບອົກຈັບໃຈດ້ວຍທັດສະນິຍະພາບ ທີ່ໃກ້ຊິດສະຫນິດສະໜົມ ຄື: ເສັ້ນທາງກຸບ, ເສັ້ນທາງໂຄມໄຟຮູບດອກບົວ; ເຮືອນທີ່ມີສະຖາປັດຕະຍະກຳບູຮານຂອງຫວຽດນາມ; ປະຕູບ້ານ, ຕະຫຼາດບ້ານນາ...

leftcenterrightdel
ລາຍການສະແດງສິລະປະ ທີ່ພິທີໄຂງານບຸນ. ພາບ: qdnd.vn.
leftcenterrightdel
ຮູບພາບອາຈານຂຽນຕົວໜັງສືຈີນແມ່ນສັນຍາລັກໃຫ້ວັດທະນະທໍາຂຽນຕົວໜັງສືຂອງຫວຽດນາມ. ພາບ: qdnd.vn.

ງານບຸນວັດທະນະທໍາທີ່ເປັນມູນເຊື້ອ ແລະງານພົບປະແລກປ່ຽນວັດທະນະທໍາສາກົນ 2019 ແມ່ນການເຄື່ອນໄຫວທີ່ມີຄວາມໝາຍມຸ່ງໄປເຖິງການອະນຸລັກຮັກສາ ແລະພັດທະນາບັນດາຈຸດດີງາມໃນວັດທະນະທໍາທີ່ເປັນມູນເຊື້ອ, ວາດພາບວັດທະນະທໍາບູຮານ. ນອກຈາກນັ້ນ, ງານບຸນຍັງຊ່ວຍເຊື່ອມຕໍ່ຄວາມຍອດຍິ່ງດ້ານວັດທະນະທໍາຫວຽດນາມ ກັບເພື່ອນມິດສາກົນເພື່ອແນໃສ່ໂຄສະນາເຜີຍແຜ່ຮູບພາບ  ແລະຢັ້ງຢືນການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ ຕໍ່ເພື່ອນມິດສາກົນກວ່າອີກ.

ໂດຍ: ທູຈາງ