ກ່າວຄຳເຫັນທີ່ພິທີໄຂ, ທ່ານ Ijima Isao ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ປາດຖະຫນາວ່າ ປະຊາຊົນ ແລະນັກທ່ອງທ່ຽວມາຊົມດອກຊາກຸຣະ ເພື່ອເຫັນປະຈັກຕາຄວາມງາມຂອງດອກໄມ້ຊະນິດນີ້ ແລະຮູ້ສຶກຄວາມສະໜິດສະໜົມກັບຍີ່ປຸ່ນ. ທ່ານ Ijima Isao ຕັ້ງຄວາມຫວັງວ່າຈະມີຊາວຫວຽດນາມ ຕື່ມອີກຫລາຍຄົນມາຮ່ຳຮຽນ, ເຮັດວຽກ ແລະທ່ອງທ່ຽວຢູ່ຍີ່ປຸ່ນ.

leftcenterrightdel
ລາຍການສະແດງສິລະປະພື້ນເມືອງຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ມີ 20.000 ງ່າດອກໄມ້ ແລະ 100 ຕົ້ນດອກໄມ້ຊາກຸຣາ ຈະໄດ້ນຳເອົາມາຈາກຍີ່ປຸ່ນ ພ້ອມກັບດອກໄມ້ນັບຮ້ອຍໆຊະນິດຂອງຫວຽດນາມ ພາຍໃຕ້ໄຟແສງສີໄດ້ສ້າງເປັນຄວາມງາມປະທັບໃຈ. ງານບຸນດອກຊາກຸຣະຍີ່ປຸ່ນ - ຮ່າໂນ້ຍ ປີ 2019 ຍັງມີການເຄື່ອນໄຫວຫລາຍຢ່າງໂດຍແນະນຳວັດທະນະທຳຍີ່ປຸ່ນ ພ້ອມກັບບັນດາລາຍການສະແດງວັດທະນະທຳ, ສິລະປະຂອງຍີ່ປຸ່ນ, ສິລະປະພື້ນເມືອງຂອງຮ່າໂນ້ຍ, ແນະນຳອາຫານການກິນຂອງຍີ່ປຸ່ນ ແລະຫວຽດນາມ. ງານບຸນດອກຊາກຸຣາ ຍີປຸ່ນ - ຮ່າໂນ້ຍ ຈະອັດລົງໃນວັນທີ 31 ມີນາ.

ແຫຼ່ງຄັດຈາກ: vovworld.vn