ມີພາບຖ່າຍ 130 ແຜ່ນທີ່ໄດ້ນຳມາວາງສະແດງ, ດ້ວຍຫົວຂໍ້ວ່າ “ເຈື່ອງຊາ”, “ໄວໜຸ່ມເພື່ອເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, “ອຳນາດອະທິປະໄຕທະເລ, ໝູ່ເກາະ” ໄດ້ສ່ອງແສງເຖິງຊີວິດທຸກດ້ານຂອງທະຫານ ແລະປະຊາຊົນຢູ່ເຂດໝູ່ເກາະ, ດ້ວຍຮູບພາບອ້າຍທະຫານຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປົກປັກຮັກສາອຳນາດອະທິປະໄຕເຂດໝູ່ເກາະ, ທະເລຂອງປະເທດຊາດ, ກໍ່ຄືແນະນຳບັນດາການເຄື່ອນໄຫວປະຈັນບານ, ອາສາສະໝັກຂອງໄວໜຸ່ມໃນທົ່ວປະເທດ ມຸ່ງໄປເຖິງເຂດໝູ່ເກາະ, ທະເລແຫ່ງບ້ານເກີດເມືອງນອນ. ອ້າຍ ດິງວັນແທ໊ງ, ສະມາຊິກຊາວໜຸ່ມຂຶ້ນກັບຕຳຫຼວດແຂວງເຊີນລາ, ແບ່ງປັນວ່າ:

leftcenterrightdel
ງານວາງສະແດງພາບຖ່າຍ “ເຈື່ອງຊາ ແລະການເຄື່ອນໄຫວອາສາສະໝັກ”. ພາບ: vov.vn.

“ພາຍຫຼັງໄດ້ຮັບຊົມບັນດາພາບຖ່າຍຢູ່ງານວາງສະແດງໃນຄັ້ງນີ້, ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈເພື່ອນສະຫາຍຜູ້ຮ່ວມກົມກອງ, ນ້ຳໃຈຂອງທະຫານກັບປະຊາຊົນ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕແຫ່ງບ້ານເກີດເມືອງນອນກວ່າ. ຈາກນັ້ນ, ຂ້າພະເຈົ້າມີຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ລອມ ແລະປະກອບສ່ວນປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ”.

ແຫຼ່ງຄັດຈາກ: vovworld.vn