ເຂົ້າຮ່ວມພິທີໄຂມີທ່ານ Teo Chee Hean, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ; ທ່ານ ຫງວຽນດຶກຈູງ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ; ທ່ານນາງ Catherine Wong Siow Ping ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ; ການນຳກົມໃຫຍ່ທ່ອງທ່ຽວສິງກະໂປ ແລະບັນດາອົງການກ່ຽວຂ້ອງຂອງນະຄອນຮ່າໂນ້ຍ, ພ້ອມກັບປະຊາຊົນ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Keith Tan, ຫົວໜ້າກົມໃຫຍ່ທ່ອງທ່ຽວສິງກະໂປ, ໃຫ້ຮູ້ວ່າ: ງານບຸນສິງກະໂປ ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ເປັນຄັ້ງທຳອິດກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນການໂຄສະນາເຜີຍແຜ່ເຄື່ອງໝາຍການຄ້າສື່ມວນຊົນສິງກະໂປ-ແຫ່ງເມົາມົວບຸກເບີກທ່າແຮງບົ່ມຊ້ອນ. ພວກຂ້າພະເຈົ້າຫວັງວ່າຜ່ານບັນດາການເຄື່ອນໄຫວທີ່ຈັບອົກຈັບໃຈໃນສອງວັນດຳເນີນງານບຸນ, ນັກທ່ອງທ່ຽວສາມາດເຂົ້າໃຈໄດ້ປະເທດສິງກະໂປ ຜ່ານສິລະປະ, ດົນຕີ, ອາຫານການກິນ.

leftcenterrightdel
ທ່ານ Keith Tan, ຫົວໜ້າກົມໃຫຍ່ທ່ອງທ່ຽວສິງກະໂປ ກ່າວຄໍາເຫັນທີ່ພິທີ. ພາບ: ບ໊າວແອງ.
leftcenterrightdel
ລາຍການຟ້ອນຂອງບັນດານັກສິລະປິນສິງກະໂປ. ພາບ: ບ໊າວແອງ.
leftcenterrightdel
ທ່ານ Teo Chee Hean ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານດ້ານປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ ແລະທ່ານ ຫງວຽນດຶກຈູງ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ທີ່ພິທິໄຂ. ພາບ: ບ໊າວແອງ.
leftcenterrightdel
ບັນດາຜູ້ແທນປະຕິບັດພິທີການໄຂງານບຸນ. ພາບ: ບ໊າວແອງ.
leftcenterrightdel
 
leftcenterrightdel
ບັນດາຮ້ານອາຫານດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ພາບ: ບ໊າວແອງ.
leftcenterrightdel
 

ໂດຍ: ແສງເດືອນ