ງານວາງສະແດງ ດ້ວຍຫົວຂໍ້ “ວັດທະນະທໍາ ຊີ້ທິດເຍືອງທາງໃຫ້ປະຊາຊົນ ກ້າວເດີນໄປ” ໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສົມທົບກັນຈັດຕັ້ງ.

leftcenterrightdel
ຮູບພາບ ປະທານໂຮ່ຈີມິນ ທີ່ງານວາງສະແດງ. ພາບ: vovworld.vn

ດ້ວຍຮູບພາບກວ່າ 320 ແຜ່ນ ແລະເອກະສານ, ວັດຖຸພັນທີ່ຫາຍາກກວ່າ 123 ຢ່າງ, ງານວາງສະແດງຄັ້ງນີ້ໄດ້ສຸມໃສ່ໂຄສະນາເນື້ອໃນຫຼັກ, ເຊິ່ງລວມມີ: ພາບຖ່າຍກ່ຽວກັບວັດທະນະທໍາຫວຽດນາມ ໄລຍະກ່ອນປີ 1930; ປະທານໂຮ່ຈີມິນ ກັບພາລະກິດພັດທະນາວັດທະນະທໍາຫວຽດນາມ; ບັນດາສະຫາຍການນໍາພັກ, ລັດ ກັບພາລະກິດພັດທະນາວັດທະນະທໍາ; ວັດທະນະທໍາຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ; ວັດທະນະທໍາຫວຽດນາມ ໃນວິວັດການເຊື່ອມໂຍງ ແລະພັດທະນາປະເທດຊາດ; ອະນຸລັກຮັກສາ ແລະເສີມຂະຫຍາຍມໍລະດົກວັດທະນະທໍາຂອງຊາດ...

leftcenterrightdel
ວັດຖຸພັນທີ່ງານວາງສະແດງ. ພາບ: vovworld.vn

ບັນດາຮູບພາບທີ່ນຳມາວາງສະແດງເປັນການຢັ້ງຢືນອີກເທື່ອໜຶ່ງວ່າ ຊາດຫວຽດນາມ ມີມູນເຊື້ອປະຫວັດສາດອັນຍາວນານ, ມີຄັງສາງມໍລະດົກວັດທະນະທໍາທີ່ຫຼາກຫຼາຍ ແລະອຸດົມສົມບູນ.

ໂດຍ: ໄຊຊະນະ