leftcenterrightdel
ທີມ futsal ຫວຽດນາມ ເຂົ້າຮອບຄັດເລືອກ 4 ທີມທີ່ການແຂ່ງຂັນຊີງແຊມອາຊີ. ພາບ: VFF

ທີມ futsal ຍີ່ປຸ່ນ ໄດ້ແຂ່ງຂັນດີທີ່ສຸດ ແລະຍິງໄດ້ 2 ປະຕູດ້ວຍຜົນງານຂອງນັກເຕະບານ K.Shimizu (ນາທີທີ 4 ແລະ 36).  ເວລາທີ່ຍັງເຫຼືອ, ເຖິງວ່າມານະພະຍາຍາມແຂ່ງຂັນດ້ວຍຍຸດທະວິທີ power-play ແຕ່ທີມ futsal ຫວຽດນາມ ກໍ່ບໍ່ສາມາດຍິງເຂົ້າປະຕູທີມ futsal ໄດ້, ຍອມເສຍ 0-2 ປະຕູ.

ທີ່ການແຂ່ງຂັນກ່ອນນັ້ນ, ທີມ futsal ຊາອຸດິ ອາຣາເບຍ ຊະນະທີມ futsal  ສ. ເກົາຫຼີ ດ້ວຍ 4-0 ປະຕູ. ສະນັ້ນ, ສິ້ນສຸດການແຂ່ງຂັນ 3 ນັດ, ກຸ່ມ D ມີ 3 ທີມຍາດໄດ້ 6 ຄະແນນ ແມ່ນ ຍີ່ປຸ່ນ, ຫວຽດນາມ ແລະຊາອຸດິ ອາຣາເບຍ. ດ້ວຍຜົນການແຂ່ງຂັນດີກວ່າ, ທີມ futsal ຍີ່ປຸ່ນ ຖືກຈັດອັນດັບທີ 1, ທີມ futsal ຫວຽດນາມ ຖືກຈັດອັນດັບທີ 2 ທີ່ກຸ່ມ D. ທີ່ຮອບຄັດເລືອກ 4 ທີມ, ທີມ futsal ຫວຽດນາມ ຈະພົບກັບທີມ futsal ອີຣານ - ທີມ ບານເຕະ ອັນດັບທີ 1 ຢູ່ອາຊີ.

ໂດຍ: ຈາງຫງວຽນ