ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ແລະ 65 ປີແຫ່ງວັນສ້າງຕັ້ງສະມາຄົມວິຈິດສິນຫວຽດນາມ.

leftcenterrightdel
ສະຫາຍ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ພ້ອມກັບບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ງານວາງສະແດງ, ສະຫາຍ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຊີ້ແຈ້ງວ່າ ຜົນງານໃນງານວາງສະແດງຄັ້ງນີ້ ບໍ່ພຽງແຕ່ມີຄວາມສວຍງາມທາງດ້ານຈິດໃຈເທົ່ານັ້ນ ຫາກຍັງມີຄວາມສວຍງາມທາງດ້ານສິລະປະກຳອີກດ້ວຍ. ສະຫາຍເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ງານວາງສະແດງຄັ້ງນີ້ຈະນໍາເອົາຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບພາບພົດປະເທດຊາດ ແລະປະຊາຊົນສອງປະເທດມາໃຫ້ຜູ້ຊົມເປັນຈໍານວນຫຼວງຫຼາຍ, ເປັນຕົ້ນແມ່ນປະຊາຊົນລາວ, ສໍາຄັນໄປກວ່ານັ້ນແມ່ນເຫັນໄດ້ນໍ້າໃຈສາມັກຄີອັນດີງາມລະຫວ່າງສອງປະເທດຫວຽດນາມ-ລາວ.

ງານວາງສະແດງໄດ້ວາງສະແດງພາບແຕ້ມກວ່າ 100 ແຜ່ນຂອງບັນດານັກແຕ້ມສອງປະເທດ. ກໍ່ທີ່ງານວາງສະແດງ, ຄະນະຈັດຕັ້ງໄດ້ມອບຫຼຽນກາທີ່ລະນຶກ “ເພື່ອພາລະກິດວິຈິດສິນຫວຽດນາມ” ໃຫ້ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ, ສະຫາຍ ຫງວຽນຟຸກຊິງ ຮອງຫົວໜ້າສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະສະຫາຍ ຄຳສຸກ ແກ້ວວົງຊາຍ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດລາວ ຍ້ອນມີການປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານວິຈິດສິນຫວຽດນາມ.

ງານວາງສະແດງຈະແກ່ຍາວໄປຮອດວັນທີ 3 ຕຸລາ 2022 ຈຶ່ງຈະອັດລົງ.

ໂດຍ: ຈາງຫງວຽນ