ວັນບຸນວັດທະນະທໍາມິດຕະພາບ ຫວຽດນາມ-ອິນເດຍ 2022 ຢູ່ ບ່ິງເຢືອງ ແມ່ນກິດຈະກໍາເລີ່ມຕົ້ນບັນດາເຫດການສະເຫຼີມສະຫຼອງການພົວພັນທາງການທູດຫວຽດນາມ-ອິນເດຍ ຄົບຮອບ 50 ປີ; ແມ່ນລາຍການຂໍ່ານັບຮັບຕ້ອນເວທີເສດຖະກິດ Horasis ອິນເດຍ 2022 ທີ່ຈັດຂຶ້ນ ຢູ່ບິ່ງເຢືອງ.

leftcenterrightdel
ໄຂວັນບຸນວັດທະນະທໍາມິດຕະພາບ ຫວຽດນາມ-ອິນເດຍ 2022. ພາບ: nhandan.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ມາຍຮຸ່ງຢຸ້ງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງບິ່ງເຢືອງ ໃຫ້ຮູ້ວ່າ ວັນບຸນວັດທະນະທໍາມິດຕະພາບ ຫວຽດນາມ-ອິນເດຍ 2022 ໄດ້ຈັດຂຶ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບການພົບປະແລກປ່ຽນວັດທະນະທໍາລະຫວ່າງຫວຽດນາມ-ອິນເດຍ; ຜ່ານລາຍການແນໃສ່ເຊື່ອມຕໍ່ປະຊາຄົມ 2 ປະເທດ, ພ້ອມທັງສ້າງໂອກາດໃຫ້ຊຸມຊົນໃນບໍລິເວນແຂວງ ຄົ້ນຫາວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະເທດອິນເດຍ.

ທີ່ພິທີໄຂ, ທ່ານ ຫງວຽນວັນແທັງຮຸຍ ຮອງຜູ້ອໍານວຍການບໍລິສັດໃຫຍ່ Becamex IDC ຖືວ່າ ການຈັດຕັ້ງວັນບຸນວັດທະນະທໍາມິດຕະພາບ ຫວຽດນາມ-ອິນເດຍ 2022 ເປັນຂີດໝາຍແຫ່ງຄວາມສະໜິດຕິດພັນ, ການຮ່ວມມືແບບຍືນຍົງ, ການພົວພັນລະຫວ່າງບັນດາອົງການຂອງສອງປະເທດຫວຽດນາມ-ອິນເດຍ ເວົ້າລວມ, ເວົ້າສະເພາະແມ່ນສູນການຄ້າສາກົນນະຄອນໃໝ່ ບິ່ງເຢືອງ ແລະບັນດາສູນການຄ້າສາກົນ ຢູ່ອິນເດຍ ຄື WTC Mumbai ຫຼື WTC Pune; ຜ່ານນັ້ນຜັນຂະຫຍາຍບັນດາລາຍການເຊື່ອມຕໍ່ການແລກປ່ຽນດ້ານການຄ້າ, ການພົບປະແລກປ່ຽນວັດທະນະທໍາເປັນປະຈໍາ ກໍຄືການຊອກຫາກາລະໂອກາດລົງທຶນລະຫວ່າງບັນດາທ້ອງຖິ່ນ. 

ໂດຍ: ໄຊຊະນະ