leftcenterrightdel
ກອງປະຊຸມສໍາມະນາດໍາເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ. ພາບ: anninhthudo.vn

ວັນທີ 22 ກຸມພາ ປີ 2022, ຄະນະພັກນະຄອນຮ່າໂນ້ຍ ໄດ້ປະກາດໃຊ້ມະຕິ ເລກທີ 09-NQ/TU ກ່ຽວກັບການພັດທະນາອຸດສາຫະກໍາວັດທະນະທໍາໃນບໍລິເວນນະຄອນຫຼວງ ໄລຍະ 2021-2025, ທິດທາງຮອດປີ 2030, ວິໄສທັດຮອດປີ 2045; ໃນນັ້ນວັນນະຄະດີ, ສິລະປະໄດ້ຮັບການກໍານົດເປັນແຫຼ່ງກໍາລັງຈຸດສຸມຂອງບັນດາຂະແໜງອຸດສາຫະກໍາວັດທະນະທໍາ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມໄດ້ຍົກອອກຫຼາຍມາດຕະການກໍ່ສ້າງແຫຼ່ງກໍາລັງຫັນເປັນສັງຄົມໃນການປະດິດຄິດສ້າງວັນນະຄະດີ, ສິລະປະ; ພົ້ນເດັ່ນແມ່ນບັນດາຄວາມເຫັນ ກ່ຽວກັບການສົ່ງເສີມການສົມທົບກັນລະຫວ່າງລັດ, ກອງສິລະປະ-ນັກສິລະປິນ ແລະອົງການຈັດຕັ້ງ, ວິສາຫະກິດເອກະຊົນໃນການລົງທຶນປະດິດແຕ່ງ, ໂຄສະນາ, ປະກາດບົດປະພັນວັນນະຄະດີ, ສິລະປະທີ່ມີຄຸນນະພາບ, ໃນນັ້ນມີນະໂຍບາຍພິເສດໃນການກູ້ຢືມທຶນ, ອາກອນ, ເທສະ, ສະຖານທີ່.

ໂດຍ: ຈາງຫງວຽນ