ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 604 ປີແຫ່ງການລຸກຮື້ຂຶ້ນ ລາມເຊີນ ໂດຍສູນອະນຸລັກຮັກສາມໍລະດົກ ທັງລອງ-ຮ່າໂນ້ຍ ໄດ້ສົມທົບກັບຄະນະຄຸ້ມຄອງປູຊະນີຍະສະຖານປະຫວັດສາດ ລາມກິງ ຈັດຕັ້ງ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ດິ່ງດຶກ

ງານວາງສະແດງໄດ້ແນະນໍາວັດຖຸພັນທີ່ໂດດເດັ່ນກວ່າ 300 ຢ່າງຂອງສອງເຂດປູຊະນີຍະສະຖານພ້ອມກັບຫຼາຍເອກະສານ, ຮູບພາບທີ່ກ່ຽວຂ້ອງ. ຈຸດພົ້ນເດັ່ນໃນງານວາງສະແດງແມ່ນຄັ້ງທໍາອິດທີ່ເອົາມູນມັງ, ວັດຖຸພັນທີ່ຂຸດຄົ້ນໄດ້ຢູ່ສອງເຂດປູຊະນີຍະສະຖານພ້ອມກັບເອກະສານປະຫວັດສາດທີ່ກ່ຽວຂ້ອງ, ເຊິ່ງປະກອບສ່ວນເຮັດໃຫ້ບັນດາຜົນງານຂອງປະເທດ ໃນສະໄໝ ເຮົ້າເລ ພົ້ນເດັ່ນກວ່າອີກ, ພ້ອມທັງຢັ້ງຢືນເຖິງສາຍພົວພັນສະໜິດຕິດພັນລະຫວ່າງສອງສະຖານທີ່ ດົງໂດ-ດົງກິງ ແລະ ໄຕໂດ-ໄຕກິງ ໃນຕະຫຼອດໄລຍະປະຫວັດສາດຂອງຊາດ. ງານວາງສະແດງ ຈະດໍາເນີນໄປຮອດວັນທີ 30 ກັນຍາ ປີ 2022.

ໂດຍ: ຈາງຫງວຽນ