ເຂົ້າຮ່ວມງານວາງສະແດງມີສະຫາຍພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດລາວ ພ້ອມກັບບັນດານາຍທະຫາຍທີ່ຕາງໜ້າບັນດາເຫຼົ່າຮົບໃນກອງທັບລາວ ເປັນຈໍານວນຫຼວງຫຼາຍ ແລະສະຫາຍ ພັນເອກ ຟ້າມແອງຢຸ້ງ ຮອງທູດປ້ອງກັນຊາດຫວຽດນາມ ປະຈໍາ ລາວ...

leftcenterrightdel
ນາຍທະຫານຂັ້ນສູງກອງທັບລາວ ແລະຜູ້ຕາງໜ້າທູດປ້ອງກັນຊາດຫວຽດນາມ ປະຈໍາ ລາວ ຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງຮູບພາບຂອງກະຊວງປ້ອງກັນປະເທດລາວ ຄັ້ງນີ້ ວາງສະແດງຮູບພາບ 148 ແຜ່ນ ດ້ວຍ 4 ຫົວຂໍ້ລວມມີ “ນໍ້າໃຈມິດຕະພາບຖານບ້ານໃກ້ເຮືອນຄຽງ”; “ນໍ້າໃຈສາມັກຄີແບບພິເສດ, ການສໍາພັນສູ້ຮົບພິເສດ”; “45 ປີແຫ່ງການຮ່ວມມືຮອບດ້ານລາວ-ຫວຽດນາມ”; “ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ”. ງານວາງສະແດງແນະນໍາວິວັດການຮ່ວມມືຫຼາຍດ້ານລະຫວ່າງກອງທັບສອງປະເທດ, ກ່ຽວກັບການສໍາພັນສູ້ຮົບພິເສດລາວ-ຫວຽດນາມ ໃນໄລຍະສົງຄາມ, ກໍ່ຄືການຮ່ວມມືໃນຂົງເຂດປັບປຸງ, ສ້າງກໍາລັງ, ສ້າງພະລາທິການ, ເຕັກນິກ... ລະຫວ່າງສອງກະຊວງໃນໄລຍະຜ່ານມາ.

ງານວາງສະແດງກໍ່ແມ່ນໂອກາດເພື່ອສຶກສາພະນັກງານ, ສະມາຊິກພັກ, ນາຍທະຫານ, ນັກຮົບ ແລະປະຊາຊົນ, ພິເສດແມ່ນຮຸ່ນໜຸ່ມ, ຮຸ່ນຕໍ່ໄປໃຫ້ມີຄວາມຮັບຮູ້ຢ່າງຖືກຕ້ອງ, ເລິກເຊິ່ງ ແລະແໜ້ນແຟ້ນເພື່ອສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມ, ກໍ່ຄືປົກປັກຮັກສາຜົນການປະຕິວັດໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ງານວາງສະແດງເປີດປະຕູຮອດວັນທີ 17 ກັນຍາ ປີ 2022.

ໂດຍ: ຈາງຫງວຽນ