leftcenterrightdel
ງານດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ 2022” ດ້ວຍຫົວຂໍ້ທີ່ວ່າ “ຄວາມຄາດຫວັງຫວຽດນາມ”. ພາບ: vovworld.vn

ຕອນບ່າຍວັນທີ 2 ກັນຍາ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ດຳເນີນງານດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ 2022” ດ້ວຍຫົວຂໍ້ທີ່ວ່າ “ຄວາມຄາດຫວັງ ຫວຽດນາມ”. ນີ້ແມ່ນລາຍການສະແດງສິລະປະທີ່ຈັດຂຶ້ນໃຫ້ຜູ້ທີ່ອວ່າຍໜ້າເມືອຫາປະເທດຊາດໃນຊຸມວັນສະເຫຼີມສະຫຼອງວັນຊາດ, ພ້ອມກັນດຳລົງຊີວິດໃນຊຸມເດືອນປີທີ່ສະຫງ່າລາສີໄປພ້ອມກັບສຽງດົນຕີ, ມີຄວາມເຊື່ອໝັ້ນ, ຮັກແພງ, ມີຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດໃນປະຈຸບັນຕື່ມອີກ. ທ່ານ ວີທວັດຖັງ, ຢູ່ເມືອງ ຫາຍບ່າຈຶງ, ຮ່າໂນ້ຍ ແບ່ງປັນວ່າ:

“ບັນດາບົດເພງທີ່ສະແດງໃນງານດົນຕີປະສານສຽງໃນມື້ນີ້, ຂ້າພະເຈົ້າເຄີຍໄດ້ຟັງມາແລ້ວ, ເຖິງຢ່າງໃດກໍ່ຕາມ, ໃນທ່າມກາງບັນຍາກາດທົ່ວປະເທດ ຕ້ອນຮັບ, ສະເຫຼີມສະຫຼອງວັນຊາດ, ຂ້າພະເຈົ້າຟັງບົດເພງເຫຼົ່ານີ້ແມ່ນມີຄວາມຕື້ນຕັນໃຈທີ່ສຸດ, ປຽບເໝືອນດັ່ງຕົວເອງໄດ້ດຳລົງຊີວິດຢູ່ໃນສະໄໝປະຕິວັດຂອງລຸ້ນພໍ່ລຸ້ນອ້າຍ ແລະ ຕົນເອງຮູ້ສຶກວ່າມີໜ້າທີ່ສືບທອດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດ, ເພື່ອປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາອັນນ້ອຍໆຂອງຕົນເຂົ້າໃນການສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ”.

ແຫຼ່ງຄັດຈາກ vovworld.vn