ໂດຍໄດ້ຮັບການມອບສິດຈາກການນໍາກະຊວງຕໍາຫຼວດຫວຽດນາມ, ທ່ານພົນຕີ ຫງວຽນງອກຕວ່ານ ຫົວໜ້າກົມວຽກງານພັກ ແລະວຽກງານການເມືອງ ເປັນປະທານທີ່ພິທີໄຂງານວາງສະແດງ. ເຂົ້າຮ່ວມພິທີໄຂຍັງມີທ່ານພົນຕີ ຈີ້ງວັນກວຽດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຕີ ຫງວຽນງອກຕວ່ານ ໄດ້ເນັ້ນໜັກວ່າ ງານວາງສະແດງແມ່ນສຽງເວົ້າດ້ວຍຮູບພາບ, ເອກະສານ, ວັດຖຸພັນທີ່ສ່ອງແສງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນທີ່ແໜ້ນແຟ້ນ ແລະການພົວພັນສົມທົບກັນ, ໜູນຊ່ວຍປະສິດທິຜົນຂອງກໍາລັງຕໍາຫຼວດຫວຽດນາມ, ກໍາປູເຈຍ ແລະກໍາລັງປ້ອງກັນຄວາມສະຫງົບຂອງລາວ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນອາດຊະຍາກໍາ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ ແລະໃນພາກພື້ນ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: ຮວ່າງຫວູ້.

ດ້ວຍຮູບພາບ, ເອກະສານ, ວັດຖຸພັນ ແລະບັນດາຜະລິດຕະພັນສື່ສິ່ງພິມ ກວ່າ 700 ຢ່າງພົ້ນເດັ່ນ ໄດ້ຮັບການຄັດເລືອກມາວາງສະແດງ, ງານວາງສະແດງໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດສາດ, ມູນເຊື້ອການພົວພັນສາມັກຄີມິດຕະພາບພ້ອມກັບບັນດາຜົນງານໃນການຮ່ວມມື, ສົມທົບກັນຕໍ່ສູ້ປ້ອງກັນ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆຂອງກໍາລັງຕໍາຫຼວດຫວຽດນາມ, ກໍາປູເຈຍ ແລະກໍາລັງປ້ອງກັນຄວາມສະຫງົບຂອງລາວ ໃນກວ່າເຄິ່ງສະຕະວັດຜ່ານມາ.

ງານວາງສະແດງແມ່ນການເຄື່ອນໄຫວທີ່ແທດຈິງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18-7-1977 / 18-7-2022) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022). ງານວາງສະແດງເປີດປະຕູໄປຮອດວັນທີ 11 ກັນຍາ ປີ 2022.

ໂດຍ: ຈາງຫງວຽນ