leftcenterrightdel
ຮູບຖ່າຍ “ປະຕູຄໍາ” ຍາດໄດ້ຫຼຽນເງິນທີ່ງານປະກວດຮູບຖ່າຍ “ງານມະຫາກຳກິລາ ຊີເກມ ຄັ້ງທີ 31”. ພາບ: ຈ້ອງຫາຍ.

ທີ່ຈັດຕັ້ງຢູ່ຫວຽດນາມ, ງານປະກວດໄດ້ຮັບຮູບຖ່າຍ 2.093 ແຜ່ນ (ທັງແຜ່ນດ່ຽວ ແລະເປັນຊຸດ) ຂອງນັກຖ່າຍຮູບ 237 ຄົນທີ່ມາຈາກ 28 ແຂວງ, ນະຄອນ. ສະພາຜູ້ກວດຮູບຖ່າຍຂອງງານປະກວດໄດ້ຕົກລົງມອບ 11 ລາງວັນ. ຫຼຽນຄໍາແມ່ນໄດ້ແກ່ຮູບຖ່າຍ “ແລ່ນ ແລະລານຫວຽດນາມ ໄດ້ຮັບຫຼຽນຄໍາໂດຍບັງເອີນດ້ວຍການແຂ່ງຂັນໄລຍະ 100 ເມັດ ຮົ້ວ ຂອງນັກກິລາ ບຸ່ຍທິງວຽນ” ຂອງນັກຖ່າຍຮູບ ເລືອງຫວຽດເຊີນຕຸ່ງ (ຮ່າໂນ້ຍ). ນອກຈາກນັ້ນ, ຄະນະຈັດຕັ້ງຍັງມອບ 2 ຫຼຽນເງິນໃຫ້ບັນດາຮູບຖ່ຍທີ່ພົ້ນເດັ່ນ, ໃນນັ້ນມີຮູບຖ່າຍ “ປະຕູຄໍາ” ຂອງພັນໂທ ດິງຈ້ອງຫາຍ ຫົວໜ້າພະແນກຮູບພາບ, ໜັງສືພິມກອງທັບປະຊາຊົນຫວຽດນາມ. ນອກນັ້ນຄະນະຈັດຕັ້ງກໍ່ໄດ້ມອບ 3 ຫຼຽນທອງ ແລະ 5 ລາງວັນສົ່ງເສີມໃຫ້ຮູບພາບທີ່ດີເດັ່ນອີກ.

ໂດຍ: ຈາງຫງວຽນ