ເຖິງຢ່າງໃດກໍ່ຕາມ, U.19 ຫວຽດນາມ ໄດ້ແຂ່ງຂັນດີທີ່ສຸດຕໍ່ໜ້າແຮງດັນຈາກແຟນບານອິນໂດເນເຊຍ, ແຕ່ໜ້າເສຍດາຍຄູຝຶກ ດິງເທນາມ ແລະນັກເຕະ U.19 ຫວຽດນາມ ບໍ່ສາມາດຍິງປະຕູ ທີມ U.19 ອິນໂດເນເຊຍ ໄດ້. ວັນທີ 4 ກໍລະກົດ, U.19 ຫວຽດນາມ ຈະແຂ່ງຂັນນັດທີ 2 ກັບ U.19 ຟີລິບປິນ. ໃນການແຂ່ງຂັນທີ່ດໍາເນີນກ່ອນນັ້ນ, U.19 ມຽນມາ ຊະນະ U.19 ບຣູໄນ ດ້ວຍ 7-0 ປະຕູ; U.19 ໄທ ຊະນະ U.19 ຟີລິບປິນ ດ້ວຍ 1-0 ປະຕູ.

leftcenterrightdel
ທີມ U.19 ຫວຽດນາມ ສະເໝີ U.19 ອິນໂດເນເຊຍ ທີ່ການແຂ່ງຂັນບານເຕະ U.19 ອາຊີຕາເວັນອອກສ່ຽງໃຕ້ 2022. ພາບ: hanoimoi.com.vn

ໃນຕອນບ່າຍ ແລະຕອນຄໍ່າວັນທີ 2 ກໍລະກົດ, ຮອບທີ 5 V-League 2022 ດໍາເນີນຢ່າງຟົດຟື້ນ, ສ້າງຄວາມດຶງດູດຕໍ່ແຟນບານ. ໃນສະໜາມກິລາຂອງຕົນ, ທີມ Topenland ບິ່ງດິ້ງ ສະເໝີ ທີມຮວ່າງແອງຢາລາຍ ດ້ວຍ 1-1 ປະຕູ; ທີມຫາຍຟ່ອງ FC ຊະນະ ທີມຊ່າຍງ່ອນ FC ດ້ວຍ 3-1 ປະຕູ; ທີມນະຄອນໂຮ່ຈີມິນ ຊະນະ ທີມດົງອາແທງຮວາ ດ້ວຍ 1-0 ປະຕູ. ເປັນອັນວ່າ, ພາຍຫຼັງການແຂ່ງຂັນ 5 ຮອບ, ທີມຫາຍຟ່ອງ FC ໄດ້ນໍາໜ້າໃນຕາຕະລາງຈັດອັນດັບດ້ວຍ 11 ຄະແນນ.

ໂດຍ: ຈາງຫງວຽນ