leftcenterrightdel
ຜ່ານການຈັດຕັ້ງ 5 ຄັ້ງ, ງານມະໂຫລານຮູບເງົາສາກົນຮ່າໂນ້ຍ ໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ຜະລິດຮູບເງົາພາຍໃນປະເທດ. ພາບ: qdnd.vn

ພາຍຫຼັງຝາກຈົດໝາຍເຊື້ອເຊີນ, ຄະນະຈັດຕັ້ງໄດ້ຮັບຮູບເງົາຈໍານວນຫຼາຍຈາກບັນດາປະເທດ ແລະຫົວໜ່ວຍຜະລິດຮູບເງົາໃນໂລກທີ່ສົ່ງມາງານມະໂຫລານ. ໃນໂອກາດນີ້ກໍ່ດຳເນີນຫຼາຍເຫດການທີ່ສ້າງຄວາມດຶງດູດ, ຄື: ລາຍການປະກວດຮູບເງົາດ້ວຍ 80 ຮູບເງົາຍາວ ແລະ 35 ຮູບເງົາສັ້ນ; ລາຍການ “ແນະນຳຮູບເງົາໂລກ”, “ຈຸດສຸມກ່ຽວກັບຮູບເງົາແຫ່ງຊາດດ້ວຍຫົວຂໍ້ຮູບເງົາແອັດສະປາຍ”; ແນະນໍາບັນດາຮູບເງົາໄດ້ຮັບລາງວັນສາກົນຂອງ ສ ເກົາຫຼີ... ຄາດວ່າ ສອງກອງປະຊຸມສໍາມະນາດ້ວຍຫົວຂໍ້ “ຈຸດສຸມກ່ຽວກັບຮູບເງົາແອັດສະປາຍ” ແລະ “ການຜະລິດ, ຈຳໜ່າຍ ແລະໂຄສະນາຮູບເງົາຜ່ານຜ່າພະຍາດໂຄວິດ-19” ຈະໄດ້ຮັບການຈັດຕັ້ງ.

ໂດຍ: ຈາງຫງວຽນ