leftcenterrightdel
ຊາວນະຄອນໂຮ່ຈີມິນ ມີໂອກາດຊີມເຫຼົ້າແວງປະເພດທີ່ມີຊື່ສຽງທີ່ສຸດຂອງອີຕາລີ. ພາບ: qdnd.vn.

ເຫດການແມ່ນໂອກາດເພື່ອແນະນໍາເຫຼົ້າແວງປະເພດແຖວໜ້າຂອງອີຕາລີ ໃຫ້ຜູ້ບໍລິໂພກ ແລະພື້ນຖານວັດທະນະທໍາທີ່ພົ້ນເດັ່ນຂອງອີຕາລີ ໃຫ້ປະຊາຊົນນະຄອນໂຮ່ຈີມິນ. ຜູ້ທີ່ເຂົ້າຮ່ວມສາມາດຊອກຮູ້ ແລະຊີມເຫຼົ້າແວງກວ່າ 100 ປະເພດທີ່ມີຊື່ສຽງທີ່ສຸດຂອງອີຕາລີ ທີ່ມາຈາກບໍລິສັດຜະລິດກວ່າ 30 ແຫ່ງ. ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດອີຕາລີ ແນະນໍາຜະລິດຕະພັນ, ຊອກຫາກາລະໂອກາດຮ່ວມມື, ເຊື່ອມຕໍ່ການພົວພັນການຄ້າ, ເປີດກວ້າງຕະຫຼາດຢູ່ຫວຽດນາມ. ລາຍການຍັງໄດ້ເປີດຫ້ອງຮຽນ 3 ຫ້ອງ ລົງເລິກກ່ຽວກັບເຫຼົ້າແວງອີຕາລີ ໂດຍບັນດານັກຊ່ຽວຊານຂັ້ນສູງທີ່ມາຈາກອີຕາລີ ແນະນໍາ.

ໂດຍ: ຈາງຫງວຽນ