ທີ່ການແຂ່ງຂັນພາຍເຮືອຍິງ 4 ຄົນ ປະເພດໜັກໄມ້ພາຍຄູ່, ນັກກິລາ ຟ້າມທິເຫ້ວ, ດິງທິຫາວ, ໂຮ່ທິລີ ແລະ ຟ້າມທິຖາວ ຍາດໄດ້ຫຼຽນຄໍາ ດ້ວຍເວລາ 7 ນາທີ 23 ວິນາທີ 207 ລິບດາ. ທີ່ຮອບຊີງຊະນະເລີດການແຂ່ງຂັນພາຍເຮືອຍິງ 4 ຄົນ ປະເພດໜັກໄມ້ພາຍດ່ຽວ, ນັກກິລາ ຟ້າມທິງອກແອງ, ເລທິຮ່ຽນ, ຮ່າທິວຸຍ, ຢືທິບົງ ໄດ້ຊະນະດ້ວຍຜົນງານ 7 ນາທີ 4 ວິນາທີ 058 ລິບດາ. ໃນຂະນະນັ້ນ, ບັນດານັກກິລາຊາຍຂອງທີມ rowing ຫວຽດນາມ ມີແຕ່ໄດ້ຮັບ 2 ຫຼຽນທອງທີ່ການແຂ່ງຂັນຄູ່ເຮືອປະເພດໜັກ ແລະຄູ່ເຮືອປະເພດເບົາ ເທົ່ານັ້ນ. 

leftcenterrightdel
ຄວາມປິຕິຍິນດີຂອງບັນດານັກກິລາ rowing ຫວຽດນາມ ເມື່ອຍາດໄດ້ຫຼຽນຄໍາທີ່ຊີເກມ 31. ພາບ: ຫາຍຟອງ.

ສິ້ນສຸດການແຂ່ງຂັນໃນວັນທີ 11 ພຶດສະພາ, ທັບນັກກິລາຫວຽດນາມ ໂດດຂຶ້ນນໍາໜ້າດ້ວຍ 10 ຫຼຽນຄໍາ , 7 ຫຼຽນເງິນ ,  9 ຫຼຽນທອງ. ຮອງລົງມາແມ່ນທັບນັກກິລາມາເລເຊຍ ດ້ວຍ 8 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ; ອັນດັບທີ 3 ໄດ້ແກ່ທັບນັກກິລາອິນໂດເນເຊຍ ດ້ວຍ 3 ຫຼຽນຄໍາ,  4 ຫຼຽນເງິນ.

ໂດຍ: ຈາງຫງວຽນ