ລາຍການໂດຍສະຖານທູດ ສ.ເກົາຫຼີ ປະຈໍາຫວຽດນາມ ຈັດຕັ້ງ, ຂໍ່ານັບຮັບຕ້ອນເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ສ.ເກົາຫຼີ ແລະງານມະຫາກໍາກິລາ ຊີເກມ ຄັ້ງທີ 31.

leftcenterrightdel
Poster ແນະນໍາ K-pop Lovers Festival 2022. ພາບ: ຮ່າຫວູ໊

ເຫດການດັ່ງກ່າວຈະດໍາເນີນຫຼາຍກິດຈະກໍາຄື: ງານວາງສະແດງຮູບພາບກ່ຽວກັບວັດທະນະທໍາ, ການທ່ອງທ່ຽວຂອງ ສ.ເກົາຫຼີ; ງານວາງສະແດງ K-pop; ນຸ່ງຊຸດອາພອນ hanbok ຖ່າຍຮູບກັບທັດສະນີຍະພາບໜອງຮວ່ານກ໊ຽມ... ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະ ດ້ວຍການເຂົ້າຮ່ວມຂອງ 20 ຄົນ, ວົງດົນຕີທີ່ໄດ້ຮັບການຄັດເລືອກຈາກການແຂ່ງຂັນ K-pop ໃນທົ່ວປະເທດ ໄລຍະຜ່ານມາ, ເຊິ່ງຈະສະແດງບັນດາລາຍການຂອງວົງດົນຕີທີ່ມີຊື່ສຽງຂອງ ສ.ເກົາຫຼີ ຄື: BTS, Blackpink, SEVENTEEN, NCT ພ້ອມດ້ວຍການມີໜ້າຂອງບັນດານັກສິລະປິນຫວຽດນາມ.

ໂດຍ: ທູຈາງ