ເຂົ້າຮ່ວມລາຍການມີ 90 ຮ້ານວາງສະແດງ ໄດ້ແນະນຳຜະລິດຕະພັນຂອງບັນດາຮາກຖານຜະລິດ, ຢູ່ໝູ່ບ້ານອາຊີບມູນເຊື້ອ, ຄື: ປັກແສ່ວ, ສີຂັດມັນ, ເຄື່ອງປັ້ນດິນເຜົາ, ເຄື່ອງໄມ້, ປຸງແຕ່ງອາຫານ... ໃນເຫດການນີ້, ເມືອງແທັງຈີ່ ໄດ້ຈັດຕັ້ງຮ້ານວາງສະແດງແນະນຳຜະລິດຕະພັນ OCOP ໃນບໍລິເວນເມືອງ ເພື່ອຂ່ໍານັບຮັບຕ້ອນ ຊີເກມ 31. ນອກຈາກນັ້ນຍັງມີບັນດາຜະລິດຕະພັນໝູ່ບ້ານອາຊີບຂອງບັນດາແຂວງ: ກວາງນາມ, ຫາຍເຢືອງ ແລະເມືອງເທື່ອງຕິ໊ນ, ເມືອງຝູ໊ຊວຽນ (ຮ່າໂນ້ຍ).

leftcenterrightdel
ບັນຍາກາດທີ່ພິທີໄຂລາຍການ. ພາບ: hanoimoi.com.vn

ພາຍຫຼັງເຫດການນີ້, ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ຈະຈັດຕັ້ງເຫດການ: “ງານຕະຫຼາດນັດວາງສະແດງເຄື່ອງທີ່ລະນຶກນະຄອນປີ 2022” ຢູ່ສະໜາມກິລາແຫ່ງຊາດໝີດິ່ງ; “ງານວາງສະແດງບັນດາຜະລິດຕະພັນທີ່ລະນຶກ, ເຄື່ອງຫັດຖະກໍາ-ສິລະປະກໍາ, ຜະລິດຕະພັນ OCOP ແລະອຸດສາຫະກໍາຊົນນະບົດດີເດັ່ນ” ຢູ່ເຂດວາງສະແດງ, ໂຄສະນາເຜີຍແຜ່ ແລະແນະນຳຜະລິດຕະພັນ OCOP ນະຄອນຫຼວງ-ເມືອງຮ່າດົງ ແລະ“ແນະນຳຜະລິດຕະພັນເປັນມິດກັບສິ່ງແວດລ້ອມ” ຢູ່ເມືອງລອງບຽນ.

ໂດຍ: ແສງເດືອນ