leftcenterrightdel
ບັນດາສະຖານທີ່ເຊື່ອມຕໍ່ທີ່ພິທີໄຂການສອບເສັງ Olympic ວິຊາຄະນິດສາດຂອງນັກສຶກສາ, ນັກຮຽນທົ່ວປະເທດ ປີ 2022 ຜ່ານລະບົບທາງໄກ. ພາບ: ຄະນະຈັດຕັ້ງສະໜອງ.

ການສອບເສັງປີນີ້ມີ 103 ຄະນະທີ່ມາຈາກ 58 ມະຫາວິທະຍາໄລ ແລະ 45 ໂຮງຮຽນມັດທະຍົມຕອນປາຍໃນທົ່ວປະເທດເຂົ້າຮ່ວມ. ຈຳນວນໂຮງຮຽນມັດທະຍົມຕອນປາຍເພີ່ມຂຶ້ນເມື່ອທຽບໃສ່ຊຸມປີຜ່ານມາ. ນັກຮຽນເຂົ້າຮ່ວມການສອບເສັງກໍ່ບັນລຸລະດັບສະຖິຕິດ້ວຍຈຳນວນ 804 ຄົນ. ວຽກງານຈັດຕັ້ງການສອບເສັງຕາມຮູບແບບທາງໄກໄດ້ມີການຕິດຕາມກວດກາຈາກຄະນະຈັດຕັ້ງ ແລະບັນດາໂຮງຮຽນຜ່ານລະບົບ camera, ເຊິ່ງໄດ້ສ້າງຄວາມຈະແຈ້ງ ແລະສະເໝີພາບລະຫວ່າງສະຖານທີ່ເຂົ້າຮ່ວມການສອບເສັງ. ການສອບເສັງດໍາເນີນໃນລະຫວ່າງວັນທີ 23-24 ເມສາ.

ໂດຍ: ຈາງຫງວຽນ