leftcenterrightdel
ພາບປະກອບ: congthuong.vn

ຕາມນັ້ນແລ້ວ, ໃນ 5 ວັນ (ແຕ່ວັນທີ 28 ເມສາ-ວັນທີ 1 ພຶດສະພາ), ຢູ່ ກວ໋າງນິງ ຈະດຳເນີນ 9 ເຫດການ, ກິດຈະກໍາວັດທະນະທຳ, ກິລາ ແລະທ່ອງທ່ຽວ. ຈຸດພົ້ນເດັ່ນແມ່ນລາຍການ Carnaval ຮ້າລອງ 2022 ດ້ວຍຫົວຂໍ້ “ຮ້າລອງ - ສິ່ງມະຫັດສະຈັນພົ້ນເດັ່ນພ້ອມກັບຊີເກມ 31” ຈະດຳເນີນໃນວັນທີ 29 ເມສາ ຢູ່ຫາດຊາຍທະເລສວນສາທາລະນະມະຫາສະໝຸດ, ນະຄອນຮ້າລອງ; ປິດລາຍການແມ່ນການຍິງບັ້ງໄຟດອກສິລະປະ. ເນື່ອງໃນໂອກາດນີ້, ນະຄອນຮ້າລອງ ໄດ້ເປີດບໍລິການກໍາປັ່ນທ່ອງທ່ຽວຍາມກາງຄືນດ້ວຍກໍາປັ່ນ  30 ລໍາ ກາຍເປັນຮ້ານອາຫານເຄື່ອນທີ່ຢູ່ເຂດທ່າກຳປັ່ນທ່ອງທ່ຽວຮ່ອນກາຍ; ງານບຸນປ່ອຍວ່າວ; ລາຍການຟ້ອນລວມໝູ່...

ໂດຍ: ທະນາພອນ