leftcenterrightdel
ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ຮັບທຸງແຂ່ງຂັນຂອງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວໃຫ້ຫົວໜ່ວຍນໍາໜ້າໃນການແຂ່ງຂັນປີ 2021. ພາບ: Qdnd.vn.

ຂະແໜງທ່ອງທ່ຽວສືບຕໍ່ຊຸກຍູ້ວຽກງານໜູນຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກພາຍຫຼັງໂລກລະບາດ, ພັດທະນາຜະລິດຕະພັນທ່ອງທ່ຽວຕາມທິດຫຼາຍຮູບຫຼາຍແບບ, ຍູ້ແຮງການຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວ, ສ້າງຄຸນຄ່າຜະລິດຕະພັນລະຫວ່າງເຂດ. ຄຽງຂ້າງກັນນັ້ນ, ສືບຕໍ່ຍູ້ແຮງການໝູນໃຊ້ເຕັກໂນໂລຢີເຂົ້າໃນການໂຄສະນາທາງອອນລາຍ, ສ້າງເຄື່ອງໝາຍການຄ້າ ແລະໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວຂອງນະຄອນ, ຍູ້ແຮງການຫັນເປັນສັງຄົມ, ລະດົມທຸກແຫຼ່ງກໍາລັງເພື່ອລົງທຶນພັດທະນາການທ່ອງທ່ຽວ... ຂະແໜງທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ກໍານົດໜ້າທີ່ຈຸດສຸມໃນປີ 2022 ວ່າ ຕ້ອງສຸມໃສ່ຮັບປະກັນຄວາມຕ້ອງການຕ້ອນຮັບແຂກທ່ອງທ່ຽວສາກົນ ແລະປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເດັດຂາດ.

ໂດຍ: ໄຊນີດາ