ງານວາງສະແດງລວມມີສອງເນື້ອໃນດ້ວຍສອງຫົວຂໍ້ຫຼັກ ນັ້ນແມ່ນ “ມອບລະດູບານໃໝ່ໃຫ້ພັກ” ແລະ“ສີສັນລະດູບານໃໝ່ຢູ່ທຸກຫົນແຫ່ງຂອງປະເທດຊາດ”. ງານວາງສະແດງດ້ວຍຫົວຂໍ້ “ມອບລະດູບານໃໝ່ໃຫ້ພັກ” ໄດ້ວາງສະແດງຮູບພາບ 40 ແຜ່ນທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງປະທານໂຮ່ຈີມິນ ແລະການນໍາພັກ, ລັດທີ່ມີຕໍ່ປະຊາຊົນທົ່ວປະເທດເນື່ອງໃນໂອກາດບຸນປີໃໝ່ວຽນມາ, ລະດູບານໃໝ່ວຽນມາ.

leftcenterrightdel
ຮູບພາບປະທານໂຮ່ຈີມິນ ໃນການໄປຢ້ຽມຢາມ ແລະອວຍພອນບຸນປີໃໝ່ປະຊາຊົນ. ພາບ: ຄະນະຈັດຕັ້ງ. 

ງານວາງສະແດງຮູບພາບດ້ວຍຫົວຂໍ້ “ສີສັນລະດູບານໃໝ່ຢູ່ທຸກຫົນແຫ່ງຂອງປະເທດຊາດ” ໄດ້ວາງສະແດງຮູບພາບກວ່າ 100 ແຜ່ນ ທີ່ສະແດງໃຫ້ເຫັນຮູບພາບລະດູບານໃໝ່ທີ່ສົດໃສ, ປະຊາຊົນຢູ່ທຸກຫົນແຫ່ງໃນທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ ພ້ອມດ້ວຍຮູບພາບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ຕ່າງປະເທດ.

ງານວາງສະແດງໄດ້ຈັດຢູ່ສູນວາງສະແດງວັດທະນະທໍາສິລະປະຫວຽດນາມ (ເຮືອນເລກທີ 2, ຖະໜົນຮວາລື, ຮ່າໂນ້ຍ) ແລະໄດ້ຈັດທາງອອນລາຍຢູ່ເວັບໄຊ: http://trienlamvhnt.vn.

ໂດຍ: ເກື່ອງດັ້ງ