leftcenterrightdel
ການແຂ່ງຂັນນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນ 2021 ເລີ່ມຕົ້ນການແຂ່ງຂັນຮອບທໍາອິດຜ່ານທາງອອນລາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນມີການເຂົ້າຮ່ວມຂອງເກືອບ 160 ທີມທີ່ມາຈາກບັນດາໂຮງຮຽນຂອງຫວຽດນາມ ແລະບາງປະເທດອາຊຽນ. ປີ 2021 ແມ່ນປີທີ 14 ທີ່ການແຂ່ງຂັນນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ຈັດຂຶ້ນ ແລະເປັນຄັ້ງທີ 3 ທີ່ການແຂ່ງຂັນໄດ້ເປີດກວ້າງເຖິງບັນດາປະເທດອາຊຽນ. ນີ້ແມ່ນກິດຈະກໍາໜຶ່ງໃນຂອບເຂດເຫດການປະຈໍາປີ “ວັນປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ”. ປັດຈຸບັນມີ 28 ທີມທີ່ມາຈາກ 18 ໂຮງຮຽນຂອງ 7 ປະເທດໃນອາຊຽນ ລົງທະບຽນເຂົ້າຮ່ວມການແຂ່ງຂັນ, ລວມມີ: ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ສິງກະໂປ, ໄທ, ບຣູໄນ. ຫວຽດນາມ ມີ 130 ທີມທີ່ມາຈາກມະຫາວິທະຍາໄລ 30 ແຫ່ງ.

ໂດຍ: ຫງວຽນກຸກ