ຄາດວ່າ, ນັບແຕ່ເດືອນພະຈິກ ປີ 2021 ເປັນຕົ້ນໄປຈຶ່ງຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງ; ບົນພື້ນຖານນັ້ນແມ່ນຈະດັດປັບການຕ້ອນຮັບນັກທ່ອງທ່ຽວໃຫ້ສອດຄ່ອງ, ເພື່ອຮັບປະກັນມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19. ປັດຈຸບັນ ພະແນກການທ່ອງທ່ຽວແຂວງກວ໋າງນິງ ໄດ້ສ້າງຮ່າງແນະນໍາເງື່ອນໄຂ, ຂັ້ນຕອນການທົດລອງ ຕ້ອນຮັບນັກທ່ອງທ່ຽວໃນສະພາບປົກກະຕິໃໝ່.

leftcenterrightdel
ອ່າວຮ້າລອງ ເລີ່ມຕ້ອນຮັບນັກທ່ອງທ່ຽວພາຍໃນແຂວງ. ພາບ: vov.vn

ຕາມນັ້ນແລ້ວ, ແມ່ນໄດ້ແນະນໍາຢ່າງລະອຽດກ່ຽວກັບເງື່ອນໄຂສໍາລັບນັກທ່ອງທ່ຽວພາຍໃນແຂວງ, ເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວຕ່າງແຂວງທີ່ມາທ່ຽວຢູ່ແຂວງກວ໋າງນິງ ແລະກົງກັນຂ້າມ. ໃນຂະນະນັ້ນ, ປັດໄຈຕັດສິນຊີ້ຂາດ ແມ່ນຕ້ອງຮັບປະກັນເງື່ອນໄຂປອດໄພ, ສະດວກໃຫ້ແກ່ນັກທ່ອງທ່ຽວ, ຜູ້ອອກແຮງງານ ແລະປະຊາຊົນຊຸມຊົນ.

ຄາດວ່າ, ແຂວງກວ໋າງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງ ຢູ່ສະຖານທີ່ທ່ອງທ່ຽວ ແລະບັນເທີງສາກົນ ຕວນເຈົາ, ອ່າວຮ້າລອງ ແລະເຂດທັດສະນີຍະພາບ ອຽນຕື໋ ດ້ວຍເງື່ອນໄຂຄວບຄຸມຢ່າງເຂັ້ມງວດ. ໃນການທົດລອງນັ້ນຈະປະຕິບັດການກວດກາ, ຕີລາຄາເປັນປະຈໍາ. ໃນນັ້ນ, ຮູບແບບການທ່ອງທ່ຽວຄົບວົງຈອນ ຄື ພັກຄ້າງຄືນຢູ່ອ່າວ, ພັກຜ່ອນບໍາລຸງສຸຂະພາບ Legacy ອຽນຕື໋ ຈະໄດ້ໃຫ້ບຸລິມະສິດແຖວໜ້າ.

ໂດຍ: ໄຊຊະນະ