leftcenterrightdel
ຂົວເທຮຸກ ແລະວິຫານງອກເຊີນ. ພາບ: ດັ້ງລວານ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10-10), ສູນສໍາເນົາເອກະສານແຫ່ງຊາດ I - ກົມສໍາເນົາເອກະສານແຫ່ງລັດ ຈະຈັດຕັ້ງງານວາງສະແດງທາງອອນລາຍ ກ່ຽວກັບເອກະສານສໍາເນົາ ດ້ວຍຫົວຂໍ້ “ໜອງເກືອມ, ທາງແຍກ ຕາເວັນອອກ-ຕາເວັນຕົກ” ເຊິ່ງຈະເລີ່ມແຕ່ວັນທີ 8 ຕຸລາ ໃນເວັບໄຊ http://archives.org.vn ແລະ fanpage: https://facebook.com/luutruquocgia1 ດ້ວຍເອກະສານ, ສາລະຄະດີ , ຮູບຖ່າຍ, ຮູບແຕ້ມ ກວ່າ 100 ຢ່າງ. ງານວາງສະແດງ ໄດ້ແບ່ງເປັນ 3 ພາກ: ວິວັດແຫ່ງການປ່ຽນແປງໂສມໜ້າຂອງໜອງເກືອມ; ການອະນຸລັກຮັກສາເຂດວັດທະນະທໍາ, ປະຫວັດຄວາມເປັນມາຂອງໜອງເກືອມ; ໜອງເກືອມ-ສູນກາງແຫ່ງການບໍລິການ ແລະວັດທະນະທໍາບັນເທີງ.

ໂດຍ: ຈາງຫງວຽນ