leftcenterrightdel
ພັດທະນາການທ່ອງທ່ຽວຊົນນະບົດຜ່ານການຫັນປ່ຽນດີຈີຕອນ. ພາບ:  doanhnghiepvn.vn.

ໄລຍະຫຼັງໂຄວິດ-19, ການທ່ອງທ່ຽວຊົນນະບົດແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ຄວນໄດ້ຮັບການຜັນຂະຫຍາຍໂດຍໄວ. ການຫັນປ່ຽນດີຈີຕອນໃນການທ່ອງທ່ຽວຊົນນະບົດຈະດຶງດູດແຂກທ່ອງທ່ຽວຕື່ມອີກ, ໜູນຊ່ວຍແຂກທ່ອງທ່ຽວກະກຽມເດີນທາງໃຫ້ມີຄວາມສະດວກກວ່າ, ສະໜອງບໍລິການດີກວ່າ ແລະກໍາໄດ້ກິລິຍາທ່າທາງຂອງລູກຄ້າ.

ປັດຈຸບັນ, ຫວຽດນາມ ມີ 3 ຮູບການທ່ອງທ່ຽວຊົນນະບົດ, ນັ້ນແມ່ນການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວປູກຝັງກະສິກໍາ ແລະການທ່ອງທ່ຽວຊີວະພາບ. ທົ່ວປະເທດມີປະມານ 365 ສະຖານທີ່ທ່ອງທ່ຽວຊົນນະບົດ ແລະກວ່າ 2.000 ໝູ່ບ້ານອາຊີບພື້ນເມືອງທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບການທ່ອງທ່ຽວ. ພາຍຫຼັງເວທີປາໄສ, 2 ກະຊວງຈະສົມທົບກັນເພື່ອມີລາຍການໃກ້ຊິກຕິດແທດກັບເປົ້າໝາຍ ເຊິ່ງບັນດາຜູ້ແທນໄດ້ຍົກອອກມາຢູ່ທີ່ເວທີປາໄສດັ່ງກ່າວ.

ໂດຍ: ໄຊຊະນະ