leftcenterrightdel
ຕໍ່ໜ້າແຂວນກຸບຂອງເຮືອນວາງສະແດງຫວຽດນາມ. ພາບ: ຄະນະຈັດຕັ້ງສະໜອງ.

ດ້ວຍເນື້ອທີ່ກວ່າ 850 ຕາແມັດ, ເຮືອນວາງສະແດງຫວຽດນາມ ເປັນສານທີ່ວ່າ “ລວບລວມອະດີດຕະການ, ແຜ່ຂະຫຍາຍອະນາຄົດ”. ຕໍ່ໜ້າເຮືອນວາງສະແດງແຂວນກຸບທີ່ຫຸ້ມດ້ວຍໃບບົວຈໍານວນ 800 ອັນ, ເວີຊັນຫຍໍ້ເຂົ້າຂອງ 18 ຜະລິດຕະພັນສິລະປະ ໂດຍນັກສິລະປິນທີ່ມີສື່ສຽງໃນປັດຈຸບັນຂອງຫວຽດນາມ ປະດິດສ້າງ. ຢູ່ທີ່ນີ້, ແຂກສາມາດໄປທ່ຽວຫວຽດນາມ ຜ່ານແວ່ນຕາ 3D, ໜ້າຈໍສໍາຜັດ; ຊອກຮູ້ກ່ຽວກັບຜົນງານເຕັກໂນໂລຢີຂອງຫວຽດນາມ, ຄື: ດາວທຽມ Dragon,  ເກີບກິລາທີ່ເຮັດດ້ວຍຂີ້ກາເຟ... ນີ້ແມ່ນກິດຈະກໍາສະແດງໃຫ້ເຫັນຄໍາໝັ້ນສັນຍາອັນໝັ້ນແກ່ນ ແລະຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການໂຄສະນາຮູບພາບປະເທດຊາດ; ເສີມຂະຫຍາຍກໍາລັງແຮງຂອງຄຸນຄ່າວັດທະນະທໍາ ແລະການປະດິດສ້າງຂອງຊາວຫວຽດນາມ; ນໍາສີສັນຫວຽດນາມ ເຊື່ອມໂຍງພ້ອມກັບສີສັນຂອງໂລກ.

ໂດຍ: ໄຊຊະນະ