leftcenterrightdel
ຮູບຖ່າຍ “ນາຍຊ່າງເຮັດເກີບອາຍຸ 90 ປີ” ຂອງນັກຖ່າຍຮູບ ເຈິ່ນຫວຽດວັນ. ພາບ: qdnd.vn.

ນັກຖ່າຍຮູບ, ນັກຂ່າວ ເຈິ່ນຫວຽດວັນ ຖ່າຍຮູບນາຍຊ່າງເຮັດເກີບ ຈິ້ງງອກ, ອາຍຸ 90 ປີ. ນາຍຊ່າງເຮັດເກີບ ຈິ້ງງອກ ເຮັດເກີບຢູ່ນະຄອນໂຮ່ຈີມິນ ເຄີຍຮຽນທີ່ໂຮງຮຽນ L’Ecole A.B.C De Dessin ຢູ່ປາຣີ (ຝລັ່ງ). ໃນການດຳເນີນອາຊີບມາຫຼາຍສິບປີ, ນາຍຊ່າງ ຈິ້ງງອກ ໄດ້ເຮັດເກີບໃຫ້ພະບໍລົມວົງສານຸວົງກໍາປູເຈຍ ແລະນັກສິລະປິນທີ່ມີຊື່ສຽງຂອງຫວຽດນາມ ຫຼາຍຄົນ. ຊຸດຮູບຖ່າຍກ່ຽວກັບນາຍຊ່າງ ຈິ້ງງອກ ຂອງນັກຖ່າຍຮູບ ຫວຽດວັນ ເຄີຍບັນລຸລາງວັນທີໜຶ່ງການປະກວດຮູບຖ່າຍສາກົນຄັ້ງທີ VII Concurso Internacional De Fotografia Alicante (ແອັດສະປາຍ) ແລະລົງພິມໃນຫຼາຍວາລະສານສາກົນ. ມາຮອບປະຈຸບັນ, ເຈິ່ນຫວຽດວັນ ເປັນນັກຖ່າຍຮູບຫວຽດນາມ ຜູ້ທໍາອິດ ແລະຜູ້ດຽວທີ່ໄດ້ຮັບລາງວັນ PX3 ຂອງຝລັ່ງ ໃນ 8 ປີ ຢ່າງລຽນຕິດ.

ໂດຍ: ຈາງຫງວຽນ