ງານວາງສະແດງໄດ້ຈັດຕັ້ງທາງອອນລາຍ, ໂດຍມີການເຊື່ອມຕໍ່ກັບ 9 ເມືອງ, ນະຄອນ, ເທດສະບານໃນແຂວງພ້ອມກັບຫໍພິພິທະພັນຢູ່ບາງແຂວງ, ຄື: ອຽນບ໊າຍ, ລ້າງເຊີນ, ເຊີນລາ, ບັກຢາງ, ດ້ຽນບຽນ ແລະຄອບຄົວທ່ານພົນເອກ ຫວໍງວຽນຢາບ.

leftcenterrightdel
ງານວາງສະແດງຮູບພາບ “ທ່ານພົນເອກ ຫວໍງວຽນຢາບ ກັບເຂດທີ່ໝັ້ນຖາຍງວຽນ” ທາງອອນລາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍຮູບພາບກວ່າ 110 ແຜ່ນ ແລະເອກະສານ, ວັດຖຸພັນ, ປຶ້ມ, ໜັງສືພິມ, ວາລະສານເກືອບ 500 ຢ່າງ, ງານວາງສະແດງໄດ້ແນະນໍາເຖິງຜູ້ຊົມກ່ຽວກັບທ່ານພົນເອກ ຫວໍງວຽນຢາບ ແລະການອຸທິດອັນໃຫຍ່ຫຼວງຂອງທ່ານພົນເອກ ຫວໍງວຽນຢາບ ທີ່ໄດ້ຝັງເລິກໃນດວງໃຈຂອງປະຊາຊົນ, ສ້າງຊື່ສຽງຮຽງນາມໄວ້ໃນປະຫວັດສາດແຫ່ງຊາດ. ເນື້ອໃນຂອງງານວາງສະແດງໄດ້ແບ່ງອອກເປັນ 3 ພາກສ່ວນ: ຮູບພາບການເຄື່ອນໄຫວຈຳນວນໜຶ່ງຂອງສູນກາງພັກ, ລັດຖະບານ ແລະປະທານໂຮ່ຈີມິນ ຢູ່ເຂດທີ່ໝັ້ນຖາຍງວຽນ; ຮູບພາບການເຄື່ອນໄຫວຂອງທ່ານພົນເອກ ຫວໍງວຽນຢາບ ຢູ່ເຂດທີ່ໝັ້້ນຖາຍງວຽນ; ທ່ານພົນເອກ ຫວໍງວຽນຢາບ ກັບປະຊາຊົນບັນດາເຜົ່າຢູ່ແຂວງຖາຍງວຽນ.

ໂດຍ: ຈາງຫງວຽນ