ຕາມການຈັດອັນດັບໃໝ່ຫຼ້າສຸດຢູ່ເວັບໄຊ Worldpopulationreview ໂດຍອີງໃສ່ການສໍາຫຼວດຂອງ InterNations, ຫວຽດນາມ ຢືນອັນດັບທີ 9 ໃນຈຳນວນ 10 ສະຖານທີ່ເປັນມິດທີ່ສຸດກັບຊາວຕ່າງປະເທດປີ 2021. 9 ປະເທດທີ່ຍັງເຫຼືອໃນຕາຕະລາງຈັດອັນດັບນີ້ລວມມີ: ປອກຕຸຍການ, ໄຕ້ຫວັນ (ຈີນ), ເມັກຊິກໂກ, ກໍາປູເຈຍ, ບາເລນ, ກົດສະຕາຣິກາ, ໂອມານ, ໂກລົມບີ ແລະການາດາ. 10 ປະເທດ ແລະເຂດແຄວ້ນເປັນມິດທີ່ສຸດມີອັດຕາການຄັດເລືອກແຕ່ 81% ເຖິງ 94% ກ່ຽວກັບທ່າທີກິລິຍາທີ່ເປັນມິດກັບຊາວຕ່າງປະເທດ. ນີ້ແມ່ນລະດັບສູງກວ່າເມື່ອທຽບໃສ່ກັບອັດຕາສະເລ່ຍໃນທົ່ວໂລກແມ່ນ 67%.

leftcenterrightdel
ຫວຽດນາມ ໄດ້ຄັດເລືອກຢູ່ອັນດັບ 9 ໃນທອັບ 10 ປະເທດເປັນມິດທີ່ສຸດໃນໂລກປີ 2021. ພາບ: Vietnam+.

ຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍ່ນອນໃນບັນຊີລາຍຊື່ 10 ສະຖານທີ່ເປັນມິດກັບຊາວຕ່າງປະເທດຂອງ InterNations ແລະຫຼາຍເວັບໄຊທີ່ມີອິດທິພົນຊື່ສຽງ, ຄື: CNN, CNTraveller... ໃນເດືອນ ພຶດສະພາ 2021 ນີ້, ການສໍາຫຼວດ Expat Insider 2021 ກໍ່ໄດ້ເລືອກເອົາ ຫວຽດນາມ ເຂົ້າໃນທອັບ 10 ສະຖານທີ່ໃນໂລກທີ່ມີການດໍາລົງຊີວິດດີທີ່ສຸດຕໍ່ກັບຊາວຕ່າງປະເທດໃນປີ 2021.

ໂດຍ: ກວຽດເຕີມ