leftcenterrightdel
ຮູບພາບວາງສະແດງຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທໍານຽບປະທານປະເທດ. ພາບ: ແທັງຕຸ່ງ.

ງານວາງວະແດງໄດ້ແນະນໍາຮູບພາບ, ເອກະສານກວ່າ 300 ຢ່າງດ້ວຍເນື້ອໃນ: “ປະທານໂຮ່ຈີມິນ-ແບບຢ່າງຄຸນສົມບັດການປະຕິວັດທີ່ດີເດັ່ນ”; “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”; “ອາລົມຈິດຂອງປະຊາຊົນໂລກທີ່ມີຕໍ່ປະທານໂຮ່ຈີມິນ”. ຜ່ານບັນດາຮູບພາບ, ເອກະສານວາງສະແດງໄດ້ຢັ້ງຢືນອີກເທື່ອໜຶ່ງ, ຊີວິດ, ພາລະກິດ, ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງເພີ່ນ ແມ່ນສັນຍາລັກທີ່ດີເລີດໃຫ້ຄວາມຕັດສິນໃຈຂອງຊາດຫວຽດນາມ, ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍລວມຂອງມວນມະນຸດເພື່ອສັນຕິພາບ, ເອກະລາດ, ອະທິປະໄຕ ແລະຄວາມກ້າວໜ້າທາງສັງຄົມ. ງານວາງສະແດງກໍ່ປະກອບສ່ວນຢັ້ງຢືນກໍາລັງຊີວິດທີ່ຍືນຍົງຄົງຕົວຂອງແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ງານວາງສະແດງຈະປິດລົງໃນວັນທີ 18 ມິຖຸນາ 2021.

ໂດຍ: ເກື່ອງດັ້ງ