leftcenterrightdel
ທີມ Rowing ຫວຽດນາມ ໄດ້ເຂົ້າຮ່ວມ Olympic Tokyo 2020. ພາບ: ເຈິ່ນແຄັງ.

ໃນລາຍການເຮືອຄູ່ຍິງປະເພດເບົາຮອບຊີງຊະນະເລີດກຸ່ມ A, ນັກກິລາສອງຄົນ ແມ່ນນາງເລື່ອງທິຖາວ ແລະດິງທິຫ໋າວ ໄດ້ອັນດັບທີ 2 ດ້ວຍເວລາ 7 ນາທີ 17 ວິນາທີ 34 ລິບດາ, ອ່ອນກວ່າຄູ່ນັກກິລາຂອງປະເທດເຈົ້າພາບດ້ວຍເວລາ 1,5 ວິນາທີ. ດ້ວຍຜົນງານດັ່ງກ່າວ, ນັກກິລາທັງສອງ ມີສິດໄດ້ເຂົ້າຮ່ວມ Olympic Tokyo 2020 ຢ່າງເປັນທາງການ.

ປັດຈຸບັນ, ຄະນະກິລາຫວຽດນາມ ໄດ້ເຂົ້າຮ່ວມງານມະຫາກໍາກິລາ Olympic, ລວມມີ: ຫງວຽນຮຸຍຮວ່າງ (ລອຍລໍ້າ); ຫງວຽນວັນເດືອງ (boxing); ຫງວຽນຮວ່າງຟີຫວູ, ໂດ໊ທິແອັງງວຽດ (ຍິງທະນູ); ເລແທັງຕຸ່ງ, ດິງເຟືອງແທ່ງ (ຢິມນາດສະຕິກ); ເລື່ອງທິຖາວ ແລະດິງທິຫ໋າວ (rowing). 

ໂດຍ: ໄຊຊະນະ