leftcenterrightdel
ທີມບານເຕະຫວຽດນາມ ຈະມີນັດແຂ່ງຂັນມິດຕະພາບກັບທີມບານເຕະຈໍແດນ. ພາບ: ບ໊າຕ໊ວນ.

ຄາດວ່າທີມບານເຕະຫວຽດນາມ ໄດ້ໄປຍັງສະຫະລັດ ອາຣັບ ເອັມມີເລັດ ໃນຕອນຄໍ່າວັນທີ 26 ພຶດສະພາ ແລະບັນດາສະມາຊິກຈະໄດ້ເກັບຕົວຢ່າງມາວິເຄາະພະຍາດໂຄວິດ-19 ໃນວັນທີ 24 ພຶດສະພາ. ກ່ອນໜ້ານັ້ນ, ຄູເຝິກ Park Hang-seo ແລະນັກເຕະຈະມີການຝຶກແອບຢູ່ນະຄອນກີເຍີນ (ແຂວງບິ່ງດິ້ງ). ສະໜາມກິລາກີເຍີນ ຫາກໍ່ໄດ້ຮັບການບຸລະນະໃຫ້ມີຄຸນນະພາບດີ, ສ່ວນດິນຟ້າອາກາດຢູ່ແຂວງບິ່ງດິ້ງ ໃນເດືອນ ພຶດສະພາ ກໍ່ແດດຮ້ອນຄ້າຍຄືກັນກັບສະຫະລັດ ອາຣັບ ເອັມມີເລັດ. ທີ່ແຂວງບິ່ງດິ້ງ, ທີມບານເຕະຫວຽດນາມ ຈະແຂ່ງຂັນມິດຕະພາບກັບສະໂມສອນ Topenland ບິ່ງດິ້ງ.

ໂດຍ: ເກື່ອງດັ້ງ