ດ້ວຍປຶ້ມກວ່າ 1.000 ເຫຼັ້ມທີ່ໄດ້ຄັດເລືອກເອົາຈາກຫໍສະໝຸດກອງບັນຊາການທະຫານພິເສດ, ເຊິ່ງໄດ້ຈັດວາງສະແດງເປັນ 8 ພາກ: ພັກກອມມູນິດຫວຽດນາມ; ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ; ລຸງໂຮ່ກັບກໍາລັງປະກອບອາວຸດ ແລະເຫຼົ່າຮົບທະຫານພິເສດ; ມູນເຊື້ອກອງທັບປະຊາຊົນຫວຽດນາມ; ປະຫວັດຄວາມເປັນມາ ແລະການພັດທະນາຂອງທະຫານພິເສດ; ຫົວຂໍ້ສະເພາະກ່ຽວກັບການຮ່ໍາຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ; ທະເລ, ໝູ່ເກາະຫວຽດນາມ ແລະໜັງສືພິມສະບັບບຸນເຕັດ 2021.

leftcenterrightdel
ທ່ານພົນຈັດຕະວາ ຫວູຮົ່ງກວາງ, ຫົວໜ້າການເມືອງເຫຼົ່າຮົບທະຫານພິເສດພ້ອມດ້ວຍພະນັກງານ, ນັກຮົບຢູ່ງານວາງສະແດງ. ພາບ: qdnd.vn.
leftcenterrightdel
ພະນັກງານຫໍສະໝຸດກອງບັນຊາການທະຫານພິເສດແນະນໍາປຶ້ມຕໍ່ຜູ້ແທນ. ພາບ: qdnd.vn.
leftcenterrightdel
ງານວາງສະແດງດຶງດູດປະຊາຊົນທ້ອງຖິ່ນ ມາຢ້ຽມຊົມ, ອ່ານປຶ້ມເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn.

ໂດຍ: ເກື່ອງດັ້ງ