ລາຍການສິລະປະດ້ວຍຫົວຂໍ້ “ຮວາລື-ດັງກ້ອງກັງວານນັບພັນປີ”. ດ້ວຍ 3 ລາຍການສະແດງສິລະປະກ່ຽວກັບຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອວັດທະນະທໍາປະຫວັດສາດຂອງກຸງເກົ່າຮວາລື, ກໍ່ຄືບັນດາການຫັນປ່ຽນຢ່າງແຮງຂອງປະເທດ, ຂອງບ້ານເກີດເມືອງນອນນິງບີ່ງ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂ. ພາບ: ເຈີ່ນຮ໊ວນ.

ໃນປີ 2021 ຈະມີ 38 ກິດຈະກຳຖືກຈັດຕັ້ງຢູ່ແຂວງນິງບີ່ງ; 104 ເຫດການໂດຍ 27 ແຂວງ, ນະຄອນອື່ນຕອບສະໜອງ. ທີ່ແຂວງນິງບີ່ງ ຈະດໍາເນີນບັນດາງານບຸນວັດທະນະທໍາການທ່ອງທ່ຽວພິເສດ, ຄື: ງານບຸນກຸງເກົ່າຮວາລື, ງານບຸນຈ່າງອານ, ງານບຸນວັດບ໊າຍດ໊ິງ, ສັບປະດາກຸກເຝືອງປ່າດົງຕືບໜາ... ບັນດາຕະຫຼາດນັດ, ງານວາງສະແດງການຄ້າ, ການທ່ອງທ່ຽວ... ແຂວງນິງບີ່ງ ໄດ້ສຸມແຫຼ່ງຊັບພະຍາກອນລົງທຶນເຂົົ້າບັນດາຜະລິດຕະພັນໃໝ່ຮັບໃຊ້ແຂກທ່ອງທ່ຽວ, ຄື: ວັດຄໍາ, ວັດເງິນ; ທ່ອງທ່ຽວສະມາທິຢູ່ວັດບ໊າຍດິ໊ງ...

ໂດຍ: ເກື່ອງດັ້ງ