ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງກົມໃຫຍ່ທ່ອງທ່ຽວ ໃນການເປັນເສນາທິການ,  ສະເໜີຜັນຂະຫຍາຍການເຄື່ອນໄຫວເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19, ເພື່ອແນໃສ່ຮັບໃຊ້ເປົ້າໝາຍຄວບຄູ່ແມ່ນທັງພັດທະນາເສດຖະກິດ, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານລັດຖະມົນຕີ ຫງວຽນຫງອັກທ້ຽນ ກ່າວວ່າ ປີ 2020, ກົມໃຫຍ່ທ່ອງທ່ຽວ ໄດ້ປະຕິບັດສໍາເລັດບັນດາໜ້າທີ່ ເຊິ່ງລັດຖະບານ ແລະກະຊວງມອບໃຫ້ໂດຍພື້ນຖານ; ພ້ອນກັນນັ້ນ, ຂະແໜງການທ່ອງທ່ຽວ ໄດ້ມານະພະຍາຍາມ ແລະມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງເພື່ອມີມາດຕະການ, ໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ຫຼຸດຜ່ອນຄວາມເສຍຫາຍຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ປັບຕົວກັບສະພາບການໃໝ່ຢ່າງວ່ອງໄວ.

leftcenterrightdel
ທ່ານ ຫງວຽນຫງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ລົງຢ້ຽມຢາມ ແລະເຮັດວຽກກັບການນໍາກົມໃຫຍ່ທ່ອງທ່ຽວ ຕົ້ນລະດູບານໃໝ່ປີສະຫຼູ 2021. ພາບ: baovanhoa.vn.

ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ແລະໃນໂລກ, ໃນໄລຍະຈະມາເຖິງ, ໃນໄລຍະສັ້ນ, ຕະຫຼາດພາຍໃນປະເທດຍັງຄົງແມ່ນທິດຂຸດຄົ້ນຫຼັກແຫຼ່ງ. ທ່ານລັດຖະມົນຕີ ໄດ້ຊີ້ນໍາກົມໃຫຍ່ທ່ອງທ່ຽວ ຜັນຂະຫຍາຍການວາງແຜນກຳນົດລະບົບການທ່ອງທ່ຽວ ໄລຍະ 2021-2030, ວິໄສທັດຮອດປີ 2050; ຄຽງຂ້າງນັ້ນ, ຄົ້ນຄວ້າ, ເພີ່ມເຕີມ ແລະສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູການທ່ອງທ່ຽວ ແລະພັດທະນາໃນສະພາບການໃໝ່.

ໂດຍ: ໄຊຊະນະ