ໜຶ່ງໃນບັນດາເຫດການທີ່ສ້າງອາລົມຈິດອັນເລິກເຊິ່ງລະຫວ່າງທະຫານ ແລະປະຊາຊົນນັ້ນແມ່ນລາຍການສິລະປະ “ຂັບຮ້ອງບົດເພງຍ້ອງຍໍທະຫານ” ຄັ້ງທີ 5 ດ້ວຍຫົວຂໍ້ “ສຽງເພງກ່ຽວກັບທະຫານ” ໂດຍໜັງສືພິມກອງທັບປະຊາຊົນ ເປັນເຈົ້າພາບ, ສົມທົບກັບບັນດາອົງການ, ກົມກອງຈັດຕັ້ງຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ເຊິ່ງໄດ້ດໍາເນີນໃນຕອນຄໍ່າວັນທີ 15 ທັນວາ 2020. ໃນລາຍການ, ບັນດາບົດເພງ-ວາດຟ້ອນ, ສາລະຄະດີ, ເລື່ອງລາວ... ໄດ້ສ້າງຄວາມສະເທືອນໃຈຢ່າງແຮງກ່ຽວກັບຮູບພາບ, ຄຸນທາດທະຫານລຸງໂຮ່ ທີ່ພົ້ນເດັ່ນໃນການປ້ອງກັນ, ຕ້ານພະຍາດ, ໄພທຳມະຊາດ. ພິເສດ, ໃນຂອບເຂດລາຍການ, ຄະນະຈັດຕັ້ງໄດ້ມອບຈໍານວນເງິນ 900 ລ້ານດົ່ງ ໃຫ້ 6 ຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະຄອບຄົວນະໂຍບາຍ ຂຶ້ນກັບບັນດາແຂວງ: ກວາງບິ່ງ, ກວາງຈິ, ເທື່ອທຽນ-ເຫວ້, ກວ໋າງນາມ ເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ (ດ້ວຍມູນຄ່າ 150 ລ້ານດົ່ງ/ຫຼັງ). ກ່ອນໜ້ານັ້ນ, ໜັງສືພິມກອງທັບປະຊາຊົນ ກໍ່ໄດ້ໜູນຊ່ວຍກໍ່ສ້າງ ແລະມອບເຮືອນທີ່ມີມຸນຄ່າ 80 ລ້ານດົ່ງ ໃຫ້ແກ່ຄອບຄົວນະໂຍບາຍຢູ່ແຂວງເຊີນລາ.

leftcenterrightdel
ພິທີເປີດນໍາໃຊ້ກິດຈະການເຮືອນກິນນອນໂຮງຮຽນມັດທະຍົມຕອນປ່າຍຊົນເຜົ່າເຄິ່ງກິນນອນ-ມັດທະຍົມຕອນຕົ້ນຫ້ວຍມີ, ເມືອງເມື່ອງຈ່າ, ແຂວງດ້ຽນບຽນ. ພາບ: ຮວ່າງເຈື່ອງ.

ປີ 2020, ພະນັກງານ, ນັກຂ່າວ, ນັກບັນນາທິການຂອງໜັງສືພິມກອງທັບປະຊາຊົນ ບໍ່ພຽງແຕ່ມານະພະຍາຍາມສໍາເລັດໜ້າທີ່ວິຊາສະເພາະເປັນຢ່າງດີເທົ່ານັ້ນ ຫາກຍັງເພີ່ມທະວີການເຄື່ອນໄຫວໂຄສະນາ, ຂົນຂວາຍ, ບໍລິຈາກ ແລະຍູ້ແຮງການປະຕິບັດແຜນນະໂຍບາຍຮັບປະກັນຊີວິດສັງຄົມຂອງພັກ, ລັດ. ໃນປີ, ໜັງສືພິມກອງທັບປະຊາຊົນ ໄດ້ຂົນຂວາຍບໍລິຈາກຈຳນວນເງິນປະມານ 6 ຕື້ດົ່ງ. ໃນນັ້ນ, ລາຍການຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ-19 “ທະຫານ ແລະປະຊາຊົນເປັນຈິດໜຶ່ງໃຈດຽວ” ມອບເງິນ, ວັດຖຸເພື່ອປ້ອງກັນ, ຕ້ານພະຍາດໃຫ້ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ,  ກອງພົນໃຫຍ່ 2, ກອງບັນຊາການທະຫານຊາຍແດນບັນດາແຂວງ: ລາວກາຍ, ລາຍເຈົາ, ດ້ຽນບຽນ, ກອນຕຸມ ແລະກອງບັນຊາການທະຫານແຂວງດ້ຽນບຽນ ດ້ວຍຍອດຈໍານວນເງິນກວ່າ 3 ຕື້ດົ່ງ. ສະເພາະລາຍການ “ສາຍໃຈຕໍ່ພາກກາງ”, ພາຍຫຼັງການປຸກລະດົມ, ໃນເວລາພຽງສັ້ນໆເທົ່ານັ້ນ ແຕ່ສາມາດລະດົມເງິນໄດ້ເກືອບ 1,5 ຕື້ດົ່ງ ແລະວັດຖຸທີ່ມີມູນຄ່າກວ່າ 350 ລ້ານດ່ົງ... ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກ ແລະຊຸກຍູ້ຈິດໃຈມັກຮຽນ, ໜັງສືພິມກອງທັບປະຊາຊົນ ກໍ່ຂົນຂວາຍບໍລິຈາກເງິນໄດ້ 270 ລ້ານດົ່ງ  ເພື່ອກໍ່ສ້າງຫ້ອງກິນໂຮງຮຽນອະນຸບານມູ່ກ້າ, ເມືອງເມື່ອງແຕ່, ແຂວງລາຍເຈົາ, ມອບວັດຖຸອຸປະກອນການຮຽນລວມມູນຄ່າ 50 ລ້ານດົ່ງ ໃຫ້ໂຮງຮຽນອະນຸບານມູ່ກ້າ; ກໍ່ສ້າງເຮືອນເຄິ່ງກິນນອນລວມມູນຄ່າ 180 ລ້ານດົ່ງ ແລະມອບທຶນສຶກສາດ້ວຍມຸນຄ່າ 25 ລ້ານດົ່ງ ໃຫ້ແກ່ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍເຄິ່ງກິນນອນຫ້ວຍມີ, ເມືອງເມື່ອງຈ່າ, ແຂວງດ້ຽນບຽນ; ອຸປະຖໍາ 20 ລ້ານດົ່ງ ໃຫ້ກອງທຶນ “ອຸປະກະລະເດັກນ້ອຍ” ແຂວງດ້ຽນບຽນ...

ໃນປີຜ່ານມາ, ພະນັກງານ, ນັກຂ່າວ, ນັກບັນນາທິການຂອງໜັງສືພິມກອງທັບປະຊາຊົນ ເປັນຈໍານວນຫຼວງຫຼາຍໄດ້ສະໝັກໃຈເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ບໍລິຈາກສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ດ້ວຍຈໍານວນເງິນກວ່າ 88 ລ້ານດົ່ງ; ສົມທົບກັບບັນດາວິສາຫະກິດ, ອົງການຈັດຕັ້ງ, ກົມກອງມອບຂອງຂວັນ 2.000 ພູດໃຫ້ບັນດາຄອບຄົວທຸກຍາກຢູ່ບັນດາແຂວງ ທ໊າຍບິ່ງ, ຮືງອຽນ, ແທງຮ໊ວາ ແລະມອບເງິນກວ່າ 200 ລ້ານດົ່ງ ໃຫ້ບັນດາເປົ້າໝາຍນະໂຍບາຍ ... ຄວາມເບີກບານມ່ວນຊື່ນທີ່ສຸດສໍາລັບໜັງສືພິມກອງທັບປະຊາຊົນ ນັ້ນແມ່ນຈຳນວນເງິນ, ຂອງຂວັນດັ່ງກ່າວລ້ວນແຕ່ມອບໃຫ້ປະຊາຊົນ, ປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນ. ການກະທໍານັ້ນມີຄວາມໝາຍຕື່ມອີກເມື່ອໄປຮອດໃສບົນເສັ້ນທາງແຫ່ງຄວາມຮັກ, ບັນດານັກຂ່າວຂອງໜັງສືພິມກອງທັບປະຊາຊົນ ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ຈິງໃຈຈາກຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ຄວາມຮັກນັ້ນໄດ້ສ້າງກໍາລັງໜູນເພື່ອໃຫ້ພະນັກງານ, ນັກຂ່າວ, ນັກບັນນາທິການໃນໜັງສືພິມກອງທັບປະຊາຊົນ ມີຄວາມເອກອ້າງທະນົງໃຈ, ສືບຕໍ່ການເດີນທາງໄປຍັງແຕ່ລະແຫ່ງທີ່ຕ້ອງການໄດ້ຮັບການຊ່ວຍເຫຼືອ. ນັ້ນກໍ່ແມ່ນຄວາມຜາສຸກ, ຄວາມມ່ວນຊື່ນໃນຊີວິດເປັນນັກຂ່າວແຕ່ລະຄົນ.

ລະດູບານໃໝ່ວຽນມາ. ຂໍ່ານັບຮັບຕ້ອນປີໃໝ່ປີສະຫຼູ 2021, ໜັງສືິພິມກອງທັບປະຊາຊົນ ສືບຕໍ່ຈັດຕັ້ງຫຼາຍຄະນະໄປມອບຂອງຂວັນນັບພັນພູດ ແລະເງິນສົດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍໃນທົ່ວປະເທດ, ປະກອບສ່ວນເຮັດໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດໃນຄວາມອົບອຸ່ນ, ມ່ວນຊື່ນ, ເຕັມໄປດ້ວຍສາຍໃຈລະຫວ່າງທະຫານ ແລະປະຊາຊົນ...

ໂດຍ: ໄຊນີດາ