ງານວາງສະແດງ “ເຂດຕົວເມືອງເກົ່າ Provins - ຝະລັ່ງ ແລະເຂດພະລາຊະວັງທັງລອງ-ຮ່າໂນ້ຍ: ມໍລະດົກວັດທະນະທຳໃນເຂດຕົວເມືອງ” ໄດ້ແນະນໍາຮູບພາບ, ເອກະສານ ແລະວັດຖຸພັນ 200 ຢ່າງກ່ຽວກັບເຂດຕົວເມືອງເກົ່າ Provins (ຝະລັ່ງ) - ມໍລະດົກໄດ້ບັນທຶກເຂົ້າໃນບັນຊີລາຍຊ່ືມໍລະດົກໂລກ ເດືອນທັນວາ 2001.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງເຂດຕົວເມືອງເກົ່າ Provins - ຝະລັ່ງ ແລະເຂດພະລາຊະວັງທັງລອງ-ຮ່າໂນ້ຍ: ມໍລະດົກວັດທະນະທຳໃນຕົວເມືອງ. ພາບ: ມຽນຮ້າວ.

ສະຖານທີ່ແຫ່ງນີ້ເຄີຍແມ່ນໃຈກາງແຫ່ງການແລກປ່ຽນໃຫຍ່, ເປັນບ່ອນເລີ່ມຕົ້ນໃຫ້ແກ່ການພົວພັນແລກປ່ຽນການຄ້າທົ່ວໂລກຢູ່ເອີລົບ. ພ້ອມກັບບັນດາເອກະສານ, ຮູບພາບກ່ຽວກັບເຂດຕົວເມືອງເກົ່າ Provins, ແມ່ນບັນດາເອກະສານກ່ຽວກັບເຂດພະລາຊະວັງທັງລອງ-ມໍລະດົກວັດທະນະທຳໄດ້ບັນທຶກເຂົ້າໃນບັນຊີລາຍຊື່ມໍລະດົກໂລກ ໃນເດືອນສິງຫາ 2010.

ໂດຍ: ແສງເດືອນ