leftcenterrightdel
ປື້ມ “Fidel Castro ແລະ ຫວຽດນາມ - ບັນດາອະນຸສອນທີ່ບໍ່ຫຼົງລື່ມໄດ້”. ພາບ: qdnd.vn

ເຂົ້າຮ່ວມພິທີມີບັນດາສະຫາຍ: ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ; ທ່ານ ເຮົ່າອາເລັ່ງ, ຮອງປະທານ-ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມ ປະເທດຊາດຫວຽດນາມ ພ້ອມບັນດາຜູ້ແທນ ເຊິ່ງແມ່ນນັກວິລະຊົນ, ນາຍ ແລະພົນທະຫານ, ນັກຮົບເກົ່າ, ອະດີດນັກສຶກສາ... ທີ່ເຄີຍຮໍ່າຮຽນ ແລະເຮັດວຽກ ຢູ່ກູບາ...

leftcenterrightdel
ທ່ານນາງ ເຈືອງທິມາຍ (ຜູ້ທີ 3, ຈາກຊ້າຍຫາຂວາ) ພ້ອມກັບຜູ້ຕາງໜ້າຄະນະຮຽບຮຽງ ມອບປື້ມ “Fidel Castro ແລະ ຫວຽດນາມ - ບັນດາອະນຸສອນທີ່ບໍ່ຫຼົງລື່ມໄດ້” ໃຫ້ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ  ສ. ກູບາ ປະຈໍາຫວຽດນາມ. ພາບ: qdnd.vn

ປື້ມ “Fidel Castro ແລະ ຫວຽດນາມ - ບັນດາອະນຸສອນທີ່ບໍ່ຫຼົງລື່ມໄດ້” ມີທັງໝົດ 300 ກວ່າໜ້າ, ໄດ້ພິມຈໍາໜ່າຍເປັນ 2 ພາສາ ນັ້ນແມ່ນພາສາຫວຽດນາມ ແລະພາສາ ແອັດສະປາຍ, ລວມມີ 30 ກວ່າບົດຂຽນ ເຊິ່ງແມ່ນຄວາມຊົງຈໍາ, ຄວາມນຶກຄິດ, ອາລົມຈິດຂອງບັນດາສະຫາຍການນໍາພັກ, ລັດ, ນັກການທູດ, ນັກຂຽນ, ນັກຂ່າວ... ກ່ຽວກັບສາຍໃຈອັນເລິກເຊິ່ງຂອງຜູ້ນໍາ Fidel Castro ແລະປະຊາຊົນກູບາ ທີ່ສະຫງວນແກ່ຫວຽດນາມ ກໍ່ຄືອາລົມຈິດຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະທານ Fidel Castro, ປະເທດຊາດ ແລະປະຊາຊົນ ກູບາ.

leftcenterrightdel
ຄະນະຈັດຕັ້ງມອບເງິນໜູນຊ່ວຍພໍ່ແມ່ປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ພາບ: qdnd.vn

ທີ່ພິທີ, ຄະນະຈັດຕັ້ງ ໄດ້ມອບປື້ມຫົວທໍາອິດໃຫ້ສະຖານທູດກູບາ ປະຈໍາຫວຽດ ນາມ, ແລະຜ່ານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບເງິນຈໍານວນ 500 ລ້ານດົ່ງເພື່ອໜູນຊ່ວຍພໍ່ແມ່ປະຊາຊົນພາກກາງ ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.

ໂດຍ: ໄຊຊະນະ