leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂວັນວັດທະນະທໍາ ສ.ເກົາຫຼີ ຢູ່ ຊາປາ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນວັດທະນະທໍາ ສ.ເກົາຫຼີ ຢູ່ຊາປາ ປີ 2020 ລວມມີບັນດາກິດຈະກໍາເຄື່ອນໄຫວວາງສະແດງ ແລະແນະນໍາ, ຄົ້ນຫາວັດທະນະທໍາ, ການທ່ອງທ່ຽວ, ອາຫານການກິນ; ບັນດາການລະຫຼິ້ນຂອງຫວຽດນາມ, ສ.ເກົາຫຼີ ແລະຂອງແຂວງລາວກາຍ... ນີ້ກໍ່ແມ່ນກິດຈະກໍາທີ່ມີຄວາມໝາຍສໍາຄັນໃນການພົວພັນທາງການທູດລະຫວ່າງຫວຽດນາມ ແລະສ.ເກົາຫຼີ ເວົ້າລວມ ແລະສໍາລັບແຂວງລາວກາຍ ເວົ້າສະເພາະ.

ທ່ານ Suk Jin Young ຜູ້ອໍານວຍການສູນວັດທະນະທໍາ ສ.ເກົາຫຼີ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ລາຍການວັນວັດທະນະທໍາ ສ.ເກົາຫຼີ ຢູ່ຊາປາ ປີ 2020 ແມ່ນເພື່ອແນໃສ່ປະກອບສ່ວນຮັດແໜ້ນກວ່າອີກການພົວພັນອັນດີງາມລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ ເວົ້າລວມ, ລະຫວ່າງ ສ.ເກົາຫຼີ ແລະລາວກາຍ ເວົ້າສະເພາະ.

ລາຍການດັ່ງກ່າວໄດ້ຮັບຄວາມຫວັງວ່າຈະເປັນຂົວເຊື່ອມຕໍ່ເພື່ອນໍາແຂວງລາວກາຍ, ຊາປາ ເຂົ້າໃກ້ກັບປະຊາຊົນ ສ.ເກົາຫຼີ ແລະນໍາວັດທະນະທໍາຂອງ ສ.ເກົາຫຼີ ເຂົ້າໃກ້ກັບປະຊາຊົນ ແລະແຂກທ່ອງທ່ຽວຫວຽດນາມ.

ໂດຍ: ໄຊຊະນະ