leftcenterrightdel
ຄະນະຈັດຕັ້ງ ມອບດອກໄມ້ໃຫ້ບັນດາທູດຂອງງານບຸນ. ພາບ: ຮຸ່ງຄວາ.

ງານບຸນດັ່ງກ່າວແມ່ນກິດຈະກໍາທີ່ແທດຈິງເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນ ຄັ້ງທີ XI, ອາຍຸການ 2020-2025, ຕອບສະໜອງຫົວຂໍ້ ປີ 2020 ຂອງນະຄອນ - ປີຍູ້ແຮງວັດທະນະທໍາ ແລະກໍ່ສ້າງແບບແຜນດໍາລົງຊີວິດມີວັດທະນະທໍາຢູ່ຕົວເມືອງ.

leftcenterrightdel
ການສະແດງບັນດາຊຸດເສື້ອຍາວທີ່ເປັນເອກະລັກສະເພາະຢູ່ພິທີໄຂງານບຸນ. ພາບ: ຮຸ່ງຄວາ.

ງານບຸນດັ່ງກ່າວຈະດໍາເນີນໄປຈົນເຖິງວັນທີ 20 ພະຈິກ ດ້ວຍບັນດາກິດຈະກໍາທີ່ເປັນເອກະລັກສະເພາະ, ມີຄວາມໝາຍ, ແຜ່ຂະຫຍາຍຮູບພາບ, ຄວາມງາມ, ເສີມຂະຫຍາຍຄຸນຄ່າເສື້ອຍາວຫວຽດນາມ ໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ງານບຸນປີນີ້ໄດ້ຈັດຕັ້ງຕາມຮູບການໃໝ່ນັ້ນແມ່ນຜ່ານລະບົບທາງໄກສົມທົບກັບເຫດການໂດຍກົງ. ໃນຄໍ່າຄືນໄຂງານບຸນ, ມະຫາຊົນໄດ້ຮັບຊົມລາຍການສະແດງ 15 ຊຸດເສື້ອຍາວທີ່ດີເດັ່ນຂອງບັນດານັກອອກແບບ, ພ້ອມກັບການເຂົ້າຮ່ວມຂອງທູດ 15 ຄົນຢູ່ງານບຸນ. ບັນດາກິດຈະກໍາໄດ້ດໍາເນີນໄປໃນງານບຸນ, ຄື: ກອງປະຊຸມສໍາມະນາ “ເສື້ອຍາວ-ມໍລະດົກວັດທະນະທໍາ”, ງານປະກວດ “ຂ້ອຍຮັກເສື້ອຍາວຫວຽດນາມ”, ບັນດາການໂອ້ລົມສົນທະນາກ່ຽວກັບເສື້ອຍາວ, ມອບເສື້ອຍາວໃຫ້ແກ່ຄູອາຈານ, ນັກວັດທະນະທໍາ... ແລະບັນດາການເຄື່ອນໄຫວທີ່ເປັນແຮງບັນດານໃຈກ່ຽວກັບເສື້ອຍາວທີ່ມີລັກສະນະກະທົບເຊິ່ງກັນ ແລະກັນກັບປະຊາຄົມ.

ໂດຍ: ໄຊຊະນະ