leftcenterrightdel
ພາບປະກອບຈາກ Saigontiepthi.com

ທີ່ເຫດການຈະດໍາເນີນບັນດາກິດຈະກໍາຕ່າງໆ ຄື: ງານວາງສະແດງ, ການສໍາຫຼວດ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວພາຍໃນແຂວງ; ງານຕະຫຼາດນັດການຄ້າ, ງານວາງສະແດງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າຂະແມ; ງານມະໂຫລານສິລະປະມະຫາຊົນຂະແມ; ງານປະກວດການສະແດງ ແລະງານວາງສະແດງຊຸດອາພອນຂອງຊົນເຜົ່າຂະແມ; ບຸນຊ່ວງເຮືອລະດັບພາກພື້ນແມ່ນໍ້າຂອງ...

ຈຸດໃໝ່ຂອງສັບປະດາງານບຸນແມ່ນເປັນຄັ້ງທໍາອິດທີ່ແຂວງຈ່າວິງ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “100 ປີເວທີການສະແດງ ຢູເກ ພາກໃຕ້” ແລະຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງການກໍາເນີດ ແລະພັດທະນາສິລະປະເວທີການສະແດງ ຢູເກ ຂອງຊົນເຜົ່າຂະແມ ທາງພາກໃຕ້.

ໂດຍ: ກວຽດເຕິມ