leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ແຄ໊ງຮວ່ຽນ.

ທີ່ກອງປະຊຸມສໍາມະນາ, ບັນດານັກບັນລະຍາຍລ້ວນແຕ່ໃຫ້ຮູ້ວ່າ ເລື່ອງສ້າງວັດທະນະທໍາວິສາຫະກິດ ແລະພັດທະນາເຄື່ອງໝາຍການຄ້າແມ່ນມີຄວາມໝາຍສໍາຄັນທີ່ສຸດໃນຍຸກສະໄໝການປະຕິວັດອຸດສາຫະກໍາພັດທະນາຄືໃນປະຈຸບັນ; ສາມາດປະຕິບັດໄດ້ທັງວິສາຫະກິດຂະໜາດໃຫຍ່ ແລະນ້ອຍ. ພິເສດ, ໃນສະພາບການທີ່ມີວິສາຫະກິດຫຼາຍແຫ່ງກໍາລັງປະສົບກັບຄວາມຫຍຸ້ງຍາກຈາກພະຍາດໂຄວິດ, ວັດທະນະທໍາວິສາຫະກິດ ແລະພັດທະນາເຄື່ອງໝາຍການຄ້ານັບມື້ນັບມີຄວາມໝາຍ ແລະມີຜົນກະທົບທີ່ແທດຈິງເຖິງການຍືນຍົງຄົງຕົວຂອງແຕ່ລະວິສາຫະກິດ. ສະພາບແວດລ້ອມວັດທະນະທໍາຂອງວິສາຫະກິດມີຄວາມໝາຍກະທົບເຖິງການຕັດສິນໃຈຕະຫຼອດຮອດດ້ານຈິດໃຈ, ທ່າທີ, ແຮງກະຕຸ້ນໃນການອອກແຮງງານຂອງບັນດາສະມາຊິກ ແລະການນໍາໃຊ້ຖັນແຖວຜູ້ອອກແຮງງານ, ຊ່ວຍວິສາຫະກິດໃຫ້ກາຍເປັນປະຊາຄົມທີ່ມີການເຮັດວຽກບົນຈິດໃຈຮ່ວມມື, ເຊື່ອໝັ້ນ, ສະໜິດຕິດພັນ ແລະເປັນມິດ...

ໂດຍ: ດັ້ງເກື່ອງ