leftcenterrightdel
ລາຍການ “ຄໍາສາບານເອກະລາດ” ຂໍ່ານັບຮັບຕ້ອນວັນຊາດທີ 2 ກັນຍາ. ພາບ: congluan.vn.

ລາຍການ “ຄໍາສາບານເອກະລາດ” ລວມມີ 3 ພາກ ເຊິ່ງຈະວາດພາບຄືນ 3 ໄລຍະປະຫວັດສາດຂອງຫວຽດນາມ, ສະແດງໃຫ້ເຫັນຜ່ານສາກສະແດງລະຄອນ, ການສະແດງສິລະປະສົມທົບກັບສາລະຄະດີເອກະສານ ແລະເລື່ອງລາວຂອງພະຍານຫຼັກຖານປະຫວັດສາດ. ພາກທີ 1 - “ຄໍ່າຄືນທີ່ມືດມົວ” ວາດພາບຄືນສະພາບການຂອງຫວຽດນາມ ໃນຊຸມປີທ້າຍສະຕະວັດທີ 19, ຕົ້ນສະຕະວັດທີ 20; ພາກທີ 2 - “ຄໍາສາບານເອກະລາດ” ແມ່ນເລື່ອງລາວໄປຊອກຫາເສັ້ນທາງກູ້ຊາດຂອງຜູ້ນໍາ ຫງວຽນອ໊າຍກ໊ວກ - ໂຮ່ຈີມິນ; ພາກທີ 3 - “ເສັ້ນທາງເອກະລາດ” ສະແດງໃຫ້ເຫັນນໍ້າໃຈ “ບໍ່ມີສິ່ງໃດປະເສີດເລີດລໍ້າກວ່າເອກະລາດ, ອິດສະຫຼະພາບ” ຂອງປະຊາຊົນຫວຽດນາມ, ວາດພາບຄືນຮູບພາບຊາວຫວຽດນາມຮຸ່ນຕ່າງໆເດີນທາງອອກສູ່ສະໜາມຮົບ, ກໍາປືນສູ້ຮົບເພື່ອປົກປັກຮັກສາພື້ນຖານເອກະລາດຂອງປະເທດຊາດ. ລາຍການມີການເຂົ້າຮ່ວມຂອງນັກສິລະປິນປະຊາຊົນ ກວາງທໍ້, ນັກສິລະປິນປະຊາຊົນ ຕ້າມິງເຕິມ, ບັນດານັກຮ້ອງ: ຫວູ້ຖັ໊ງເລີ້ຍ, ລານແອັງ, ຟ້າມທູຮ່າ... 

ໂດຍ: ໄຊຊະນະ