leftcenterrightdel
ລາຍການສະແດງສິລະປະ “ບຸນຫໍ່ເຂົ້າປະດັບດິນ - ວັດທະນະທຳຂອງຄວາມເປັນມະນຸດ” ໄດ້ສະແດງບັນດາລາຍການສິລະປະທີ່ເຊີດຊູນ້ຳໃຈ ແລະບຸນຄຸນຂອງຜູ້ເປັນພໍ່ເປັນແມ່ (ພາບ: baotintuc.vn)

ຕອນຄ່ຳວັນທີ 30 ສິງຫາ, ຢູ່ວັດ ແຄ໊ງອານ (ນະຄອນໂຮ່ຈີມິນ), ຄະນະວັດທະນະທຳສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະ ດ້ວຍຫົວຂໍ້ “ບຸນຫໍ່ເຂົ້າປະດັບດິນ - ວັດທະນະທຳຂອງຄວາມເປັນມະນຸດ” ໂດຍໄດ້ສະແດງບັນດາລາຍການສິລະປະທີ່ເຊີດຊູນ້ຳໃຈ ແລະ ບຸນຄຸນຂອງຜູ້ເປັນພໍ່ເປັນແມ່, ເຊີດຊູນ້ຳໃຈຕອບບຸນແທນຄຸນຕໍ່ບັນພະບຸລຸດຜູ້ລ່ວງລັບໄປແລ້ວຂອງພຸດທະສາສະນິກກະຊົນ, ອັນໄດ້ສະແດງໃຫ້ເຫັນມູນເຊື້ອຈາລຶກ - ຕອບບຸນແທນຄຸນຂອງຊາດຫວຽດນາມ.

ງານບຸນຫໍ່ເຂົ້າປະດັບດິນ - ຕອບບຸນແທນຄຸນປີ 2020 ນີ້ ຈະຖືກຈັດຂຶ້ນຜ່ານທາງອອນລາຍໃນຕອນຄ່ຳວັນທີ 1 ກັນຍາ (ເຊິ່ງກົງກັບວັນທີ 14 ເດືອນ 7 ໄລ່ຕາມຈັນທະປະຕິທິນ” ໂດຍມີ 3 ສະຖານທີ່ເຊື່ອມຕໍ່ຖ່າຍທອດສົດ ນັ້ນແມ່ນຢູ່ວັດ ຢາກໂງະ (ນະຄອນໂຮ່ຈີມິນ), ວັດ ບ໊າຍດິ໊ງ (ແຂວງນິງບິ່ງ) ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂນ່ນພູ A1  (ແຂວງດ້ຽນບຽນ). ລາຍການດັ່ງກ່າວ ຈະໄດ້ຖ່າຍທອດສົດໃນຊ່ອງໂທລະພາບ ອານວຽນ ແລະ ບາງໂປຼແກຼມສື່ສານທາງອອນລາຍອື່ນໆອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn