leftcenterrightdel
ໂລໂກ  EXPO 2020 ດູໄບ UAE. ພາບ: ບ໊າວຖາວ.

ງາງວາງສະແດງຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມ-ເຕົ້າໂຮມອະດີດຕະການ, ແຜ່ຂະຫຍາຍອະນາຄົດ”, ຈະໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2021 ເຖິງວັນທີ 31 ມີນາ 2022. ຕາມແຜນການ, ງານວາງສະແດງຫວຽດນາມ ຈະຈັດຕັ້ງການເຄື່ອນໄຫວຫຼັກຈຳນວນໜຶ່ງຕາມທຳນຽມຂອງງານວາງສະແດງ EXPO, ລວມມີ 3 ເຫດການ: ພິທີໄຂ EXPO ແລະໄຂງານວາງສະແດງຫວຽດນາມ; ວັນແຫ່ງຊາດຂອງຫວຽດນາມ ຢູ່ EXPO 2020; ພິທີອັດ EXPO 2020. ຄາດຄະເນວ່າ ວັນແຫ່ງຊາດຂອງຫວຽດນາມ ຈະຈັດຕັ້ງໃນວັນທີ 30 ທັນວາ 2021. ບັນດາເຫດການສົ່ງເສີມ, ໂຄສະນາເຜີຍແຜ່ຫວຽດນາມ ໃນຫຼາຍຂົງເຂດກໍ່ໄດ້ຮັບການຈັດຕັ້ງໃນໂອກາດນີ້ອີກດ້ວຍ.

ໂດຍ: ເກື່ອງດັ້ງ