ງານວາງສະແດງດັ່ງກ່າວໄດ້ວາງສະແດງຮູບພາບ 100 ແຜ່ນ ເຊິ່ງໄດ້ແນະນໍາໂດຍສັງເຂບກ່ຽວກັບສະພາບການປະຫວັດສາດ ແລະບັນດາຂະບວນການຕໍ່ສູ້ປະຕິວັດຂອງກອງທັບ ແລະປະຊາຊົນຫວຽດນາມ ພາຍຫຼັງວັນສ້າງຕັ້ງພັກກອມມູນິດຫວຽດນາມ (1930) ຈົນຮອດການປະຕິວັດເດືອນສິງຫາ ປີ 1945 ປະສົບຜົນສໍາເລັດ ແລະວັນສ້າງຕັ້ງປະເທດຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ຈົນຮອດວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມທີ່ງານວາງສະແດງຢູ່ສວນສາທາລະນະລາມເຊີນ. ພາບ: ຮຸ່ງຄວາ.

ໃນຂະນະດຽວກັນນີ້, ຢູ່ເສັ້ນທາງດົ່ງເຂີຍ (ເມືອງ 1) ກໍ່ໄດ້ຈັດງານວາງສະແດງຂຶ້ນດ້ວຍຫົວຂໍ້ “ປະເທດຊາດຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ” ແລະ “ນະຄອນໂຮ່ຈີມິນ ພ້ອມກັບທົ່ວປະເທດ ມຸ່ງໄປເຖິງອະນາຄົດ” ດ້ວຍຮູບພາບຫຼາກຫຼາຍສີສັນ 120 ແຜ່ນ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈີມິນ ກໍ່ໄດ້ຈັດພິທີເປີດການນໍາໃຊ້ສວນສາທາລະນະລາມເຊີນ ຄືນໃໝ່ຢູ່ຕໍ່ໜ້າໂຮງລະຄອນຂອງນະຄອນ, ປະກອບສ່ວນເພີ່ມຄຸນຄ່າທັດສະນີຍະພາບຢູ່ເຂດໃຈກາງນະຄອນຂຶ້ນຕື່ມ, ເພີ່ມສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວວາງສະແດງ, ໂຄສະນາເຜີຍແຜ່ຕື່ມອີກ.

ໂດຍ: ຈາງຫງວຽນ