leftcenterrightdel
ການຍິງເຂົ້າປະຕູໃນການແຂ່ງຂັນຂອງສະໂມສອນນະຄອນໂຮ່ຈີມິນ . ພາບ: ກວາງທິ້ງ.

ນັກເຕະ ກົງເຟື້ອງ ຍິງປະຕູທີ 2 ໃນນາທີທີ 62, ກ່ອນທີ່ນັກເຕະ ຮຸຍຕວ່ານ ຍິງເຂົ້າປະຕູທີ 3 ຕໍ່ຈາກນັ້ນພຽງແຕ່ 5 ນາທີ. ຄົບເວລາແຂ່ງຂັນສະໂມສອນໂຮ່ຈີມິນ ໄດ້ເອົາຊະນະຕໍ່ສະໂມສອນ Viettel 3-0 ປະຕູ. ໝາກຜົນນັ້ນໄດ້ຊ່ວຍໃຫ້ສະໂມສອນນະຄອນໂຮ່ຈີມິນ ບືນຂຶ້ນຢູ່ອັນດັບທີ 2 ໃນຕາຕະລາງຈັດອັນດັບດ້ວຍຄະແນນແມ່ນ 10 ຄະແນນ. ຍ້ອນວ່າຢູ່ນັດກ່ອນໜ້ານັ້ນ, ສະໂມສອນບານເຕະ Becamex Binh Duong ເອົາຊະນະ ຕໍ່ສະໂມສອນ ກວ໋າງນາມ ດ້ວຍ 2-1 ປະຕູ ເພື່ອບືນຂຶ້ນນໍາໜ້າດ້ວຍຄະແນນແມ່ນ 10 ຄະແນນຄືກັນ. ຢູ່ສະໜາມກິລາແລັກໄຈ, ທີມບານເຕະຫາຍຟ່ອງ ເສຍໃຫ້ທີມບານເຕະຖ່ານກວ໋າງນິງ ດ້ວຍ 0-1 ປະຕູ.

ໂດຍ: ຈາງຫງວຽນ